ຕຳຫລວດ​ຈີນ​ແລະ​ລາວ​ຮ່ວມ​ກັນ​ມ້າງ​ຄະດີ​ຄ້າຢາ​ເສບ​ຕິດ ຍຶດ​ຢາ​ເສ​ບຕິດ​​ໄດ້ເກືອບ 580 ກິ​ໂລ​ກຼາມ

(GMT+08:00) 2013-06-27 11:05:22     cri

ວັນ​ທີ 26 ມິຖຸນາ​ນີ້,ກອງ​ປ້ອງ​ກັນ​ຄວາມ​ສະຫງົບ​​ເຂດ​ຊາຍ​ແດນ​ຢຸນ ນານ​ຈີນ​ກ່າວ​ວ່າ, ​ເດືອນ​ມີນາ​ປີ​ນີ້, ຈີນ​ແລະ​ລາວ​ໄດ້​ຮ່ວມ​ກັນ​ມ້າງ​ຄະດີ​ຄ້າຢາ​ເສບ​ຕິດ​ຂ້າມ​ຊາດ​ຄະດີ​ຫນຶ່ງ, ກັກ​ຜູ່​ຕ້ອງສົງ​ໃສ​ໄດ້ 5 ຄົນ, ຍຶດຢາ​ເສບ​ຕິດ​​ໄດ້ເກືອບ 580 ກິ​ໂລກຼາມ.

ເດືອນ​ພະຈິກ​ປີ​ກາຍ​ນີ້, ພາກສ່ວນ​ປາບ​ປາມ​ຢາ​ເສບ​ຕິດແຂວງ​ຢຸນນານ​ຈີນ​ໄດ້ຕິດຕາມກຸ່ມ​ຄ້າຢາ​ເສບ​ຕິດ​ຂ້າມ​ຊາດ​ກຸ່ມ​ຫນຶ່ງ​ໄດ້​ເຄື່ອນ​ໄຫວ​ຂົນ​ສົ່ງ​ຢາ​ເສບ​ຕິດ​​ໄປມາ​ຕາມ​ລຳແມ່​ນ້ຳຂອງ​ເປັນ​ເວລາ​ຍາວ​ນານ,​ ​ໂດຍໄດ້​ມີ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຂະຫນາດ​ໃຫຍ່​ຫລາຍ​ເທື່ອ.​ ເດືອນ​ມີນາ​ປີ​ນີ້,​ໄດ້​ຮັບ​ຂ່າວ​ລັບ​ລາຍ​ງານ​ວ່າ, ກຸ່ມ​ດັ່ງກ່າວ​ອາດ​ຈະ​ມີ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ຢາ​ເສບ​ຕິດຈຳນວນຫລວງຫລາຍ,​ ແລະ​ອາດ​ຈະ​ຂົນ​ສົ່ງ​ຜ່ານ​ເຂດ​ນ້ຳຂອງ​​ແດນລາວ,​ແລ້ວ​ໄປ​ຂາຍ​ຢູ່​ໄທ.ສະ​ນັ້ນ, ກອງ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ຊາຍ​ແດນ​ແຂວງ​ຢຸນນານ​ຈີນ​ໄດ້​ຮ່ວມ​ກັບ​ເຂດ​ທະ​ຫານ​ແຂວງ​ບໍ່​ແກ້ວ​ລາວໄດ້​ໃຊ້​ກົນ​ໄກ​ຮ່ວມ​ກັນ​ລາດຕະ​ເວ​ນປະຕິບັດ​ກົດຫມາຍ,​ແລະ​ສາມາດ​ຍຶດ​ຢາ​ເສບ​ຕິດ​ດັ່ງກ່າວ​ໃນ​ແດນ​ແຂວງ​ບໍ່​ແກ້ວ​ຂອງລາວ.