ທ່ານນາງ​ປັກ​ຈຸນ​ເຮ​ກ່າວ​ວ່າ ຫວັງ​ວ່າ​ນັກທຸ​ລະ​ກິດ​ຈີນຈະຊອກໄດ້​ຄູ່​ຮ່ວມ​ມື​ສ.​ເກົາຫຼີໄດ້ໃນ​ຂະ​ບວນການ​ບັນລຸ​ "ຄວາ​ມຝັນ​ຂອງ​ຈີນ"

(GMT+08:00) 2013-06-28 19:03:07     cri
 ວັນ​ທີ 28 ມິຖຸນາ​ນີ້, ທ່ານນາງ​ປັກ​ຈຸນ​ເຮ ປະທານາທິບໍດີ ສ.ເກົາຫຼີ​ກ່າວ​ວ່າ, ​ໃນ 20 ປີ​ທີ່​ຜ່ານ​ມານີ້, ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ເສດຖະກິດ​ລະຫວ່າງ ສ.​ເກົາຫຼີ​ກັບ​ຈີນ​ໄດ້​ຮັບໝາກຜົນ​ທີ່​ປະຈັກ​ຕາ​ຊາວ​ໂລກ, ປະຈຸ​ບັນ, ສອງ​ປະ​ເທດ​ຄວນ​ສືບ​ທອດ​ອັນ​ເກົ່າ​ຂະຫຍາຍ​ອັນ​ໃໝ່​ຕໍ່​ໄປ, ຈັດ​ວາງ​ການ​ຮ່ວມ​ມື​ແບບໃໝ່​ຮອບດ້ານ​ໃນ​ອະນາຄົດ, ​​ເຮັດ​ໃຫ້​ການຮ່ວມມືລະຫວ່າງສອງຝ່າຍຈາກດ້ານປະລິມານ​ຂະຫຍາຍຕົວ​ແບບກ້າວ​ກະ​ໂດດໃນດ້ານຄຸນນະພາບ.

ທ່ານນາງ​ປັກ​ຈຸນ​ເຮ​ກ່າວຕື່ມ​ວ່າ, ປະຈຸ​ບັນ, ຈີນ​ໄດ້​ກາຍ​ເປັນປະ​ເທດ​ຄູ່​ຮ່ວມ​ມື​ການ​ຄ້າໃຫຍ່​ອັນ​ດັບ​ໜຶ່ງ​ຂອງ ສ.​ເກົາຫຼີ, ສ່ວນສ.​ເກົາຫຼີ​ແມ່ນປະ​ເທດ​ຄູ່ຮ່ວມ​ມື​ການ​ຄ້າໃຫຍ່​ທີ່​ 3 ຂອງ​ຈີນ. ​ໃນ 20 ປີ​ຜ່ານ​ມານີ້, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ຕົ້ນຕໍ​ແມ່ນ​ດຳເນີນໃນ​ຂົງ​ເຂດ​ການ​ຄ້າ​ແລະ​ການ​ລົງ​ທຶນ, ​ໃນ​ຕໍ່​ໜ້າ​ຄວນອາ​ໄສ​ການ​ພັດທະນາ​ຂະ​ແໜງ​ການມູນ​ຄ່າ​ເພີ່ມ​ລະດັບສູງ​, ຂະ​ແໜງ​ການ​ເຕັກໂນໂລຢີກ້າວໜ້າທັນສະໄໝ​​ແລະ​ອື່ນໆ. ປະຈຸ​ບັນ, ຈີນ​ພວມ​ສຸ​ມ​ໃສ່​ບົ່ມ​ສ້າງ​ຂະ​ແໜງ​ການ​ທີ່​ພັດທະນາ​ໃໝ່, ສ.​ເກົາຫຼີ​ກໍ່​ພວມ​ຊຸກ​ຍູ້​ເສດຖະກິດ​ແບບມີ​ການ​ປະດິດ​ສ້າງ​ບົນ​ພື້ນຖານ​ຄວາມ​ສາມາດ​ດ້ານ​ການ​ປະດິດ​ສ້າງ​, ຖ້າວ່າ​ລັດຖະບານ​ທັງ​ສອງ​ປະ​ເທດ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້​ແລ້ວຈະ​ສາມາດ​​ເກີດ​ມີປະສິດທິຜົນອັນໃຫຍ່ຫຼວງຈາກການ​ປະສານ​ສົມທົບ​ກັນ​ລະຫວ່າງ​ສອງ​ຝ່າຍ.

ທ່ານນາງ​ປັກ​ຈຸນ​ເຮ​ຊີ້​ອອກ​ວ່າ, ການ​ຮ່ວມ​ມື​ໃນ​ດ້ານ​ເສດຖະກິດ​ລະຫວ່າງ​ ສ.​ເກົາຫຼີກັບ​ຈີນນັບ​ມື້​ນັບ​ເພີ່ມ​ຂຶ້ນ​ແລະ​​ເຂົ້າ​ສູ່​ລວງ​ເລິກ, ​ເພື່ອ​ໄດ້​ຮັບ​ປະສິດທິ​ຜົນ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ, ສອງ​ປະ​ເທດ​ຄວນ​ສະໜອງ​ຂອບ​​ລະບຽບການ​ທີ່​ໝັ້ນ​ແກ່ນ. ຫວັງ​ວ່າ​ບຸກຄົນ​ໃນ​ວົງ​ການ​ເສດຖະກິດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ສອງ​ປະ​ເທດ​ຈະ​ເຕົ້າ​ໂຮມ​ສະຕິ​ປັນຍາ​ເພື່ອ​ບັນລຸການ​ເຊັນ​ສັນຍາ​ເຂດ​ການ​ຄ້າ​ເສລີ​ ສ.​ເກົາຫຼີ-ຈີນ​.