ຈີນ​ຄັດຄ້ານ​ອາ​ເມ​ລິ​ກາ​ໄດ້​ວິຈານ​ຢ່າງ​ໂລ​ເລຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ດ້ວຍກຳລັງ​ຮຸນ​ແຮງທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊິນ​ຈ່ຽງຈີນ, ຫວັງ​ໃຫ້​ອາ​ເມ​ລິ​ກາ​ຢ່າ​ປະຕິບັດ "ສອງ​ມາດຖານ" ​ໃນບັນຫາ​ຕ້ານ​ການ​ກໍ່​ການ​ຮ້າຍ

(GMT+08:00) 2013-06-29 13:32:01     cri
ຕາມ​ຂ່າວCRI, ວັນ​ທີ28​ມິຖຸນາ​ນີ້, ຢູ່ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ນາງ​ຮວາ​ຊຸນ​ອີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາ​ມບໍ່ພໍ​ໃຈ ​ແລະ​ຄັດ​ຄ້ານ​ອາ​ເມ​ລິ​ກາ​ໄດ້​ວິຈານຢ່າງ​ໂລ​ເລ​ຕໍ່​ຄະດີ​ທີ່​ກ່ຽຂ້ອງ ແລະ​ຕິຕຽນນະ​ໂຍບາຍ​ຊົນ​ເຜົ່າ​ແລະ​ສາສະໜາ​ຂອງ​ຈີນ​​ໂດຍ​ບໍ່​ຮູ້​ສາ​ເຫດ, ຫວັງ​ໃຫ້​ອາ​ເມ​ລິ​ກາ​ຢ່າ​ປະຕິບັດ "ສອງ​ມາດຖານ" ​ໃນບັນຫາ​ຕ້ານ​ການ​ກໍ່​ການ​ຮ້າຍ.

ຫວ່າງ​ມໍ່ໆ​ມາ​ນີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ມີການ​ວິຈານ​ຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍດ້ວຍກຳລັງ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ຊ້ານຊ້ານ​ເຂດ​ຊິນ​ຈ່ຽງຈີນ, ຮຽກຮ້ອງ​ໃຫ້​ຈີນ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ, ​ແລະ​ກ່າວ​ວ່າ, ອາ​ເມລິ​ກາ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ການ​ລາຍ​ງານ​ຂ່າວ ກ່ຽວ​ກັບ​ການ​ກະທຳ​ທີ່​ດູ​ໝິ່ນ​ແລະ​ມາດ​ຕະການ​ຈຳກັດ​ທີ່​ແນ​ໃສ່​ປະຊາຊົນ​ເຜົ່າ​ອຸຍ​ເກີ​ແລະ​ຊາວ​ມູສລິ​ມ ທີ່​ເກີດ​ຂຶ້ນ​ເລື້ອຍໆ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາງ​ຮວາ​ຊຸນ​ອີງ​ຊີ້​ອອກ​ວ່າ:

ຈີນ​ປົກ​ປ້ອງ​ສິດທິ​ທຸກ​ຢ່າງ​ຂອງ​ປະຊາຊົນ​ບັນດາ​​ເຜົ່າ ​ເຊິ່ງລວມທັງຄວາມ​ເສລີດ້ານ​ການ​ເຊື່ອຖື​ສາສະໜາ ຕາມ​ກົດໝາຍ. ອາ​ເມ​ລິ​ກາ​ກໍ​ເປັນ​ປະ​ເທດ​ທີ່​ຖືກ​ລັດທິ​ກໍ່​ການ​ຮ໊າຍກະທົບ​ກະ​ເທືນອ, ຄວນ​ຮູ້​ດີ​ຄວາມ​ອັນຕະລາຍ​ຂອງ​ລັດທິ​ກໍ່​ການ​ຮ້າຍ​ດ້ວຍກຳລັງ​ຮຸນ​ແຮງ. ຫວັງ​ໃຫ້​ອາ​ເມ​ລິ​ກາ​ຢ່າ​ປະຕິບັດ "ສອງ​ມາດຖານ" ​ໃນ​ບັນຫາ​ຕ້ານ​ການ​ກໍ່​ການ​ຮ້າຍ, ຫາກ​ຄວນ​ກ່າວ​ປະນາມ​ແລະ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ, ​ເພີ່ມ​ທະວີ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ລະຫວ່າງ​ຊາດ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາ​ບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ.