ຈີນ​ຈັດ​ວາງ​ວຽກ​ງານ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່​ເຂດ​ຊິ່ນ​ຈ່ຽງ

(GMT+08:00) 2013-06-30 13:37:43     cri
ຕອນ​ຄ່ຳ​ວັນ​ທີ28​ມິຖຸນ​ານີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດຈີນ, ປະານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ຄະນະ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຄົ້ນຄວ້າ​ແລະ​ຈັດ​ວາງ​ວຽກ​ງານປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ສັງຄົມແລະ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຊົນ​ບັນດາເຜົ່າ​ເຂດ​ຊິ່ນ​ຈ່ຽງຈີນ.

ຕອນ​ເຊົ້າ​ວັນ​ທີ29​ມິຖຸນາ​ນີ້, ທ່ານ​ອີ​​ເຈິ້ງ​ເຊິ​ງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ນຳພາ​ໜ່ວຍ​ງານ​ໄປ​ຮອດ​ນະຄອນ​ອູ​ລຸ​ມກີ, ​ໄດ້​ໄຂ​ກອງ​ປະຊຸມ​ພະນັກງານ​ຝ່າຍພັກ​ແລະ​ຝ່າຍ​ປົກຄອງ​ທົ່ວ​ເຂດ​ຊິ່ນ​ຈ່ຽງ, ​ເຜີຍ​ແຜ່ຈິດ​ໃຈ​ກອງ​ປ​ະຊຸມ​ຄະນະ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຄົ້ນຄວ້າ​ແລະຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ລະອຽດ​ຕ່າງໆ ​ເພື່ອປົກ​ປັກຮັກສາ​ສະຖຽນ​ລະ​ພາບ​ທາງ​ສັງຄົມ​ແລະ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ບັນດາ​ເຜົ່າ​​ເຂດ​ຊິ່ນ​ຈ່ຽງ. ທ່ານ​ອີ​​ເຈິ້ງ​​ເຊິ​ງຊີ້​ອອກ​ວ່າ, ຕ້ອງ​ໃຊ້​ຄວາມ​ກົດ​ດັນ​ອັນ​​ແຂງ​​ແຮງຕໍ່​ອາ​ຊະຍະ​ກຳກໍ່​ການ​ຮ້າຍ​ດ້ວຍ​ກຳລັງ​ຮຸນ​ແຮງ, ​ເພື່ອ​ເປັນ​ກຳລັງ​ນາບ​ຂູ່​ທີ່​ເຂັ້ມ​ແຂງ. ຕ້ອງ​ໂຈມ​ຕີ​ການ​ເຄື່ອນ​ໄຫວາ​ຊະຍະ​ກຳກໍ່​ການ​ຮ້າຍ​ດ້ວຍ​ກຳລັງ​ຮຸນ​ແຮງ​ຢ່າງ​ເຂັ້ມ​ງວດ​ຕາມ​ກົດໝາຍ, ຖ້າ​ມີ​ການອາ​ຊະຍະ​ກຳແບບ​ຈະລາຈົນ, ຕ້ອງ​ລົງ​ໂທດ​ຕາມ​ກົດໝາຍ​ຢ່າງ​ເຂັ້ມ​ງວດ. ຕ້ອງ​ສືບ​ຕໍ່​ລົງ​ເລິກ​ການ​ໂຈມ​ຕີ​ກຸ່ມ​ກໍ່​ການ​ຮ້າຍ​ດ້ວຍ​ກຳລັງ​ຮຸນ​ແຮງ​ແລະ​ອົງການ​ຈັດ​ຕັ້ງ​ຫົວ​ຮຸນ​ແຮງ, ​ແລະ​ເພີ່ມ​ຄວາມ​​ແຮງ​ໃນ​ການ​ຊອກ​ຈັບ​ອາ​ຊະຍະ​ກອນ.

ຕອນ​ຄ່ຳ​ວັນ​ທີ29​ມິຖຸນາ​ນີ້, ທ່ານ​ເມິ້ງ​ຈ້ຽນຈູ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ການ​ປົກຄອງ​ແລະ​​ກົດໝາຍ​ສູນ​ກາງ​ພັກ​ໄດ້​ເຂົ້າ​ຮ່ວມ​ພິທີ​ປະຕິຍານ​ເພື່ອ​ຕ້ານ​ກາ​ນກໍ່​ການ​ຮ້າຍ​ແລະປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບຂອງ​ຕຳຫຼວດ​ປະກອບ​ອາວຸດ​ເຂດ​ຊິ່ນ​ຈ່ຽງ ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ອູ​ລຸ​ມກີ​ແລະ​ກ່າວ​ຄຳ​ປາ​ໄສ. ທ່ານ​ກ່າວ​ເນັ້ນ​ວ່າ, "ລັດທິ​ກໍ່​ການ​ຮ້າຍ, ລັດທິ​ແບ່ງ​ແຍກ ​ແລະ ລັດທິ​ຫົວ​ຮຸນ​ແຮງ" ຢູ່​ພາຍ​ໃນ​ປະ​ເທດຈີນ​ແລະ​ຕ່າງປະ​ເທດ​ມີ​ເຈດ​ຕະນາ​ຢາກ​ກໍ່​ຄວາມ​ວຸ້ນວາຍ​ຢູ່​ເຂດ​ຊິ່ນ​ຈ່ຽງຈີນ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພວກ​ກໍ່​ການ​ຮ້າຍ​ດ້ວຍ​ກຳລັງ​ຮຸນ​ແຮງ​ໄດ້​ກໍ່​ຄະດີ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ດ້ວຍ​ກຳລັງ​ຮຸນ​ແຮງ​ຫຼາຍ​ເທື່ອ, ​ໄດ້​ໂຈມ​ຕີ​ອົງການ​ປົກຄອງ​ຂັ້ນ​ຮາກ​ຖານ, ຄາດ​ຕະກຳ​ປະຊາຊົນ​ທຳ​ມະ​ດາ, ​ເປັນ​ການ​ກະທຳ​ທີ່​ໂຫດຮ້າຍ​ປ່າ​ເຖື່ອນ​ຫຼາຍ, ​​ໄດ້​ທຳລາຍ​ຄວາມ​ປອ​ດ​ໄພ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ແລະສະຖຽນ​ລະ​ພາບທາງ​ສັງຄົມ​ຂອງ​ເຂດ​ຊິ່ນ​ຈ່ຽງຢ່າງ​ໜັກໜ່ວງ. ຕ້ງ​ປ້ອງ​ກັນ​ຢູ່​ກ່ອນ, ​ໂຈມ​ຕີ​ອາ​ຊະຍະ​ກຳ​ກໍ່​ການ​ຮ້າຍ​ດ້ວຍ​ກຳລັງ​ຮຸນ​ແຮງ​ຕາມ​ກົດໝາຍ​ຢ່າງ​ເຂັ້ມ​ງວດ, ຮັກສາ​ຄວາມ​ໝັ້ນຄົງ​ທາງ​ສັງຄົມ, ປົກ​ປ້ອງ​ຊີວິດ​ອັນ​ຜາ​ສຸກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ.