ກອງ​ກຳ​ປັ່ນ​ຕິດຕາມ​ຄຸ້ມ​ຄອງ​ທາງ​ທະ​ເລ​ຈີນ​ສືບ​ຕໍ່​ລາດ​ຕະ​ເວນ​ປະຕິບັດ​ໜ້າ​ທີ່ຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​ຂອງ​ຈີນ

(GMT+08:00) 2013-07-01 17:04:11     cri
ຕາມ​ເວັບ​ໄຊ​ກົມ​ທະ​ເລແຫ່ງ​ຊາດ​ຈີນ​ແຈ້ງ​ຂ່າວ​ວ່າ: ວັນ​ທີ 1 ກໍລະກົດ​ປີ2013​ນີ້, ກອງ​ກຳ​ປັ່ນ​ຕິດ​ຕາ​ມຄຸ້ມ​ຄອງທາງ​ທະ​ເລຈີນ​ທີ່​ປະກອບ​ດ້ວຍ​ກຳ​ປັ່ນ​ໝາຍ​ເລກ51,23,49​ແລະ5001​ສືບ​ຕໍ່​ລາດຕະ​ເວນ​ປະຕິບັດ​ໜ້າ​ທີ່​ຢູ່​ນ່ານ​ທະ​ເລ​ເກາະ​ຕ້ຽວ​ອີ​ຂອງ​ຈີນ,​​ໂດຍ​ໄດ້​ດຳ​ເນີນ​ການ​ຕິດ​ຕາມ​ແລະ​ເກັບ​ກຳ​ຫຼັກ​ຖານ​ໃນ​ເວລາ​ພົບ​ເຮືອ​ຍີ່ປຸ່ນທີ່​ລວງ​ລ້ຳ​ນ່ານ​ທະ​ເລ​ຂອງ​ຈີນ​​ແລະ​ທັງ​ປະຕິບັດ​ກົດໝາຍ​ເພື່ອ​ປົກ​ປ້ອງ​ສິດອະທິປະ​ໄຕ​​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຈີນ.