ທ່ານ​ຫວາງ​ອີ້​ກ່າວ​ວ່າ ຄວນ​ເສີມ​ຂະຫຍາຍ​ບົດບາດ​ຂອງ 10+3 ທີ່​ເປັນ​ຊ່ອງ​ທາງ​ທີ່​ສຳຄັນ​ຂອງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ຢ່າງ​ເຕັມສ່ວນ

(GMT+08:00) 2013-07-01 15:29:27     cri
ຕາມຂ່າວCRI: ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລະຫວ່າງ​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ຫຼື 10+3​ ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບັນດາ​ເສຣີ​ເບ​ກາ​ວັນ​ຂອງ​ບຼູ​ໄນ​ໃນ​ວັນ​ທີ 30 ມິຖຸນາ​​ແລ້ວນີ້, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ໂອກາດເຂົ້າ​ຮ່ວມ​ກອງ​ປະຊຸມວ່າ: 10+3​ ​ໃນ​ຖານະ​ເປັນ​ຊ່ອງ​ທາງ​ທີ່​ສຳຄັນ​ຂອງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ, ​ໄດ້​ສະໜອງ​ເສົາຄ້ຳ​ທີ່​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ເສດຖະກິດ​ອາ​ຊີ​ຕາ​ເວັນ​ອອກ. ​ເພື່ອ​ນຳ​ໃຊ້​ການ​ຮ່ວມ​ມືຂອງ 10+3​ ​ໃຫ້​ດີ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ, ສະ​ໜອງ​ການບໍລິການ​ທີ່ດີກ​ວ່າ​ເກົ່າ​ໃຫ້​ແກ່ການ​ພັດທະນາ​ຂອງ​ພາກພື້ນ​​, ທ່ານ​ຫວາງ​ອີ້​ໄດ້ມີ​ຂໍ້​ສະ​ເໜີ​ 5 ຂໍ້​ສະ​ເໜີ​ດັ່ງ​​ນີ້:

ໜຶ່ງ, ​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ຊ່ອງ​ທາງ​ທີ່​ສຳຄັນ​ຂອງ 10+3​ ຢ່າງ​ແທ້​ຈິງ; ສອງ, ​​ເລັ່ງລັດ​ຊຸກຍູ້​ອາຊີ​ຕາ​ເວັນ​ອອກ​ໃຫ້​ສາມາດ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ; ສາມ, ​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ການ​ຮ່ວມ​ມື​ລະຫວ່າງ​ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ກັບອາ​ຊຽນຫຼື 10+3​; ສີ່, ວາງ​ແຜນການ​ການ​ພັດທະນາ​ໃນ​ອະນາຄົດ​ຂອງ 10+3​ ​ໃຫ້​ດີ ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເງິນ​ແລະການ​ຮ່ວມ​ມື​ດ້ານຄວາມ​ປອດ​ໄພ​ດ້ານສະບຽງ​ອາຫານ.

ທ່ານ​ຫວາງ​ອີ້​ກ່າວ​ເນັ້ນ​ວ່າ, ປະຈຸ​ບັນ, ກົນ​ໄກ 10+3​ ພວມ​ຢູ່​ໃນ​ໄລຍະ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ໃຫ້​ເຂົ້າ​ສູ່​ລວງ​ເລິກ. ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສານ​ງານ​ກັບ​ຝ່າຍ​ຕ່າງໆ​ທີ່ກ່ຽວຂ້ອງ, ຊຸກຍູ້ການ​ຮ່ວມ​ມື​ທີ່​ແທ້​ຈິງ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ຊຸກຍູ້​ການ​ຮ່ວມ​ມື​ຂອງ 10+3​ ​ໃຫ້ຂະຫຍາຍ​ໄປ​ໜ້າ​ແລະ​ກ້າ​ວຂຶ້ນ​ສູ່​ລະດັບ​ໃໝ່, ​ເພື່ອປະກອບສ່ວນ​ອັນ​​ໃຫຍ່​ຫຼວງ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.