ຈີນ​ຍຶດໝັ້ນ​ຖືການ​ພັດທະນາ​ການ​ຮ່ວມ​ມືທີ່​ມີ​ໄມຕີ​ຈິດ​ມິ​ດຕະພາບ​ກັບ​ອາ​ຊຽນ​ເປັນ​ທິດ​ບູລິ​ມະ​ສິດ​ການ​ຕ່າງປະ​ເທດຕໍ່ປະ​ເທດອ້ອມ​ຂ້າງ

(GMT+08:00) 2013-07-01 15:31:17     cri
ຕາມ​ຂ່າວCRI: ວັນ​ທີ 30 ມິຖຸນາ​ແລ້ວ​ນີ້, ​ໃນ​ກອງປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ-ອາ​ຊຽນຫຼື "10 ບວກ 1" ທີ່​ຈັດ​ຂຶ້ນ​ຢູ່​ບຼູ​​ໄນ, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ສ້າງສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​-ອາ​ຊຽນຄົບຮອບ 10 ປີ, ສອງ​ຝ່າຍ​ຍຶດໝັ້ນ​​ເພີ່ມ​ທະວີ​ການ​ພົວພັນ​ໄມຕີ​ຈິດ​ຖານ​ປະ​ເທດ​ໃກ້​ຄຽງ, ສາມັກ​ຄີ​​ກັນເຂົ້າ​ແລະ​ຊ່ວຍ​ເຫຼືອຊຶ່ງ​ກັນ​ແລະກັນ, ບັນລຸ​ການ​ພັດທະນາ​ຮ່ວມ​ກັນ. ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ກາຍ​ຂອບ​ເຂດ​ສອງ​ຝ່າຍ, ​ແລະກາຍ​ເປັນພະ​ລັງ​ແຮງ​ໃໝ່​ທີ່​ສຳຄັນ​ຂອງ​ການ​ພັດທະນາ​ອາຊີ​ຕາ​ເວັນ​ອອກ ​ແລະ​ເສົາ​ຄ້ຳ​ທີ່ຂາດ​​ບໍ່​ໄດ້​ໃນ​ກາ​ນບັນລຸ​ສະຖຽນ​ລະ​ພາບ​ແລະ​ວັດທະນາຖາວອນ​ຂອງ​ພາກ​ພື້ນ.

ທ່ານ​ຫວາງອີ້​ຊີ້​ອອກ​ວ່າ, ອາ​ຊຽນມີ​ຄວາມສາມັກ​ຄີກັນ​ແລະ​ມີ​ຄວາມ​​ເຂັ້ມ​ແຂງ, ການ​ພັດທະນາ​ແບບ​ວັດທະນາ​ຖາວອນ​ແລະເຕັມ​ໄປ​ດ້ວຍ​ພະລັງ​ແຮງ​ໃໝ່ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດທາງ​ຍຸດ​ທະ​ສາດ​ຂອງ​ຈີນ. ລັດຖະບານ​ຊຸດ​ໃໝ່​ຂອງ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ອາ​ຊຽນ, ຍຶດໝັ້ນ​ຖືການ​ພັດທະນາ​ການ​ຮ່ວມ​ມືທີ່​ມີ​ໄມຕີ​ຈິດ​ມິ​ດຕະພາບ​ກັບ​ອາ​ຊຽນ​ເປັນ​ທິດ​ບູລິ​ມະ​ສິດ​ການ​ຕ່າງປະ​ເທດຕໍ່ເຂດ​ອ້ອມ​ຂ້າງ, ຍຶດໝັ້ນປັບປຸງການ​ພົວພັນ​ຄູ່​ຮ່ວມ​ມື​ທາ​ງຍຸດ​ທະ​ສາດ​ລະຫວ່າງ​ຈີນກັບ​ອາ​ຊຽນ​ໃຫ້ດີ​ຂຶ້ນ​ແລະ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ຍຶດໝັ້ນ​ຜ່ານ​ການ​ປຶກສາ​ຫາລື​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ໃນ​ການ​ແກ້​ໄຂ​ບັນຫາ​ລະຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນຢ່າງ​ເໝາະ​ສົມ. ຂໍ​ແຕ່ສອງ​ຝ່າຍມີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສານ​ງານ​ກັນ, ລົບ​ລ້າງ​ການ​ລົບ​ກວນ, ຮ່ວມ​ມື​ກັນ​ຢ່າງຕັ້ງໜ້າ, ການຮ່ວມມືລະຫວ່າງຈີນກັບ​ອາ​ຊຽນກໍ່​ຈະ​ມີ​ອະນາຄົດ​ທີ່​ນັບ​ມື້​ນັບ​ດີ​ຂຶ້ນ, ​ແລະ​ຈະ​ໄດ້​ຮັບຜົນສຳ​ເລັດ​ທີ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.