ຟີ​ລິບ​ປິນຄວນ​ເອົາ​ໃຈ​ໃສ່​ "​ແບບ​ຢ່າງ​ຂອງ​ຫວຽດ​ນາມ"

(GMT+08:00) 2013-07-02 17:00:29     cri
ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ນາ​ງ ຄາ​ເມັນ ​ປີ​ໂດຼຊາ ນັກ​ຂຽນ​ຄໍ​ລຳ​ພິ​ເສດຂອງ​ຟີ​ລິບ​ປິນ​ໄດ້​ລົງ​ພິມ​ບົດ​ວິຈານ​ທີ່ມີ​ຫົວ​ຂໍ້ວ່າ "ການ​ຢ້ຽມຢາມ​ລະຫວ່າງ​​ເພື່ອນ​ມິດ" ​ໃນໜັງສືພິມPhilstar ທີ່​ເປັນ​ສື່​ມວນ​ຊົນ​ສຳຄັນ​ຂອງ​ຟີ​ລິບ​ປິນ​,ຊຶ່ງ​ໄດ້​ຕີ​ລາຄາຢ່າງ​ຕັ້ງໜ້າ​ຕໍ່​ຈີນ​ແລະ​ຫວຽດນາມ​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງຢູ່​ທະ​ເລ​ຈີນ​ໃຕ້​ດ້ວຍ​ສັນ​ຕິ​ວິທີ.

ບົດ​ຄວາມ​ຂຽນ​ວ່າ: ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ນຳ​ໜ້າ​ບາດກ້າວໜຶ່ງ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້,​ເພາະວ່າ​ຈີນ​ແລະ​ຫວຽດນາມ​ເຫັນ​ດີ​ໃນ​ການ​ດຳ​ເນີນ​ການ​ປຶກ​ສາ​ຫາລື​ກັນ​ລະຫວ່າງ​ສອງ​ຝ່າຍ. ນາງ​ເຫັນ​ວ່າ: ​ນີ້​ແມ່ນ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​ໃນ​ສັນຍາ​ທີ່​ຜູ້ນຳ​ສອງ​ປະ​ເທດ​ຕົກລົງ​ຮ່ວມ​ກັນຊຶ່ງ​ເປັນ​ໜຶ່ງ​ໃນ​ໝາກຜົນ​ຕ່າງໆຂອງ​ການ​ຢ້ຽມຢາມ​ຈີນ​ເປັນ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ເຈືອງ​ເຕີນ​ຊ່າງ ປະທານ​ປະ​ເທດ​ຫວຽດນາມ. ບົດ​ຄວາມ​ຂຽນ​ວ່າ:  ຈຸດ​ຢືນ​ຂອງ​ຝ່າຍ​ຫວຽດນາມ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່. ທ່ານ​ເຈືອງ​ເຕີນ​ຊ່າງ​ກ່າວ​ວ່າ: ຫວຽດນາມ​ຍິນ​ດີ​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ລະຫວ່າງ​ສອງ​ປະ​ເທດ, ປຶກສາ​ຫາລື​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ.

ຈາກ​ເລື່ອງ​ນີ້, ນາງ​ປີ​ໂດຼຊາ​ໄດ້​ຫວນ​ຄືນ​ເຖິງ​ກອງ​ປະຊຸມ​ສົນທະນາ​ແຊງ​ກຼີລາ​ທີ່​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.ທ່ານ​ເຫັນ​ວ່າ:​ຄວາມ​ຈິງ​ແລ້ວ,​ໃນ​ເວລາ​ນັ້ນ, ທ່ານ​ຫວຽນ​ເຕິ​ນຢຸງ ນາຍົກລັດຖະມົນຕີຫວຽດນາມ​ໄດ້​ກ່າວ​ເປັນ​ໃນ​ວ່າ​ຫວຽດນາມຈະ​ໃຊ້​ວິທີໃໝ່​ໃນ​ການ​ປະ​ຕິ​ບັດ​ຕໍ່​ບັນຫາ​ທະ​ເລ​ຈີນ​ໃຕ້, ​ແຕ່​ຄວາມ​ເວົ້າ​ຂອງ​ທ່ານ​ຖືກ​ສື່​ມວນ​ຊົນ​ເຂົ້າ​ໃຈ​ຜິດ​​ແລ້ວ.

ບົດ​ຄວາມຍັງ​ໄດ້​ປຽ​ບທຽບບົດ​ລາຍ​ງານ​ທີ່​ກ່ຽວຂ້ອງ​ຂອງ​ສື່​ມວນ​ຊົນ​ຟີ​ລິບ​ປິນ​ແລະ​ຫວຽດນາ​ມໃນ​ໄລຍະ​ມໍ່ໆ​ມາ​ນີ້​. ນາງ​ປີ​ໂດຼຊາ​ກ່າວ​ວ່າ, ​ໃນ​ຂະນະ​ທີ່ສື່​ມວນ​ຊົນ​ຟີ​ລິບ​ປິນຍັງ​ຫຼົງ​ໄຫຼ​ນຳ​ການ​ລາຍ​ງານ​ຖ້ອຍ​ຄຳຂອງ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ຮັບຜິດຊອບ​ວຽກ​ງານ​ອາຊີ​ຕາ​ເວັນ​ອອກ​ຜູ້​ໜຶ່ງ​ກ່ຽວ​ກັບ "ຈີນ​ນາບ​ຂູ່​ແລະ​ຂົ່ມ​ເຫັງ​ຜູ້​ອ່ອນ​ນ້ອຍ​ໃນ​ພາກ​ພື້ນ"ນັ້ນ, ສື່​ມວນ​ຊົນ​ຫວຽດນາມ​ໄດ້​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ການ​ຢ້ຽມ​ຢາມ​ຈີນ​ທາງ​ລັດຖະກິດ​ເປັນ​ເທື່ອ​ທຳ​ອິດຂອງທ່ານ​ປະທານ​ເຈືອງ​ເຕີນ​ຊ່າງ​.

ໃນ​ເວລາ​ເວົ້າ​ເຖິງ​ຈຸດປະສົງ​ໃນ​ການ​ຂຽນ​ບົດ​ຄວາມ​ດັ່ງກ່າວ​ນີ້, ນາງ​ປີ​​ໂດຼຊາ​ຊີ້​ອອກ​ວ່າ: ນາງ​ຂຽນ​ບົດ​ຄວາ​ມນີ້​ແມ່ນ​ເພື່ອ​ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ​ຈີນ​ຟີ​ລິບ​ປິນ​ຈະ​ສາມາດ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຢູ່​ທະ​ເລ​ຈີນ​ໃຕ້​ດ້ວຍ​ສັນຕິ​ວິທີ. ຕາມ​ທັດ​ສະ​ນະ​ຂອງ​ນາງ​ເຫັນ​ວ່າ: ຫວຽດນາມ​ໄດ້ນຳ​ໜ້າ​ໄປບາດກ້າວໜຶ່ງ​​ໃນ​ດ້ານ​ນີ້​ແລ້ວ, ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາ​ມອາດ​ເປັນ​ໄປ​ໄດ້​ໃນ​ການ​ໃຊ້​ວິທີ​​ທົດ​ແທນ. ນາງ​ປີ​ໂດຼຊາ​ຮຽກຮ້ອງ​ໃຫ້​ຟີ​ລິບ​ປິນຄວນ​ເອົາ​ໃຈ​ໃສ່​ຄວາມ​ຄືບ​ໜ້າ​ໃໝ່​ຂອງ "​ແບບ​ຢ່າງ​ຂອງ​ຫວຽດ​ນາມ", ຖ້າ​ບໍ່​ດັ່ງ​ນັ້ນ, ຟີ​ລິບ​ປິນຈະ​ຖືກ​ປັດ​ເຂ່ຍ​ອອກ​ຈາກ​ການ​ພັດທະນາ​ໃນ​ພາກ​ພື້ນ. ​ສຸດ​ທ້າຍ, ນາງ​ປີ​​ໂດຼຊາ​ເຫັນ​ວ່າ: ຮອດ​ເວລາ​ທີ່​ຟີ​ລິບ​ປິນຈະ​ໄດ້​ພິ​ຈາ​ລະ​ນາ​ກະ​ທຳ​ໃນ​ສິ່ງ​ທີ່​ຄື​ທີ່​ຫວຽດ​ນາມ​ໄດ້​ເຮັດ​ຜ່ານ​ມາ​ແລ້ວ.