ການ​ພົບ​ປະ​ເຈລະຈາ​ລະຫວ່າງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ-ລາວ

(GMT+08:00) 2013-07-03 10:20:59     cri

ຕອນ​ບ່າຍ​ວັນ​ທີ 2 ກໍລະກົດ​ນີ້ ຢູ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ສາງ​ວ້ານສວນ, ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະ​ຈາກັບ​ທ່ານ​ດວງ​​ໃຈ ພິຈິດ, ຮອງ​ນາ​ຍົກ​ລັດຖະມົນຕີ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ທີ່​ມາ​ຢ້ຽມຢາມ, ສອງຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະຖານະ​ການ​ຄວາມ​ໝັ້ນຄົງ​ຂອງພາກ​ພື້ນ ​ແລະ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ສອງ​ກອງທັບ​ຈີນ-ລາວ.

ທ່ານ​ສາງ​ວ້ານສວນ ກ່າວ​ວ່າ: ຈີນ​ຖະໜຸຖະໜອມ​ໄມ​ຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ-ລາວ, ຍິນ​ດີ​ຮ່ວມ​ກັນ​ກັບ​ລາວ​ທຳ​ຄວາມ​ພະຍາຍາມ, ​ເສີມ​ສ້າງ​ແລະ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ກອງທັບ​ໃຫ້​ພັດທະນາ​ໄປ​ສູ່​ລະດັບ​ສູງ​ກວ່າ​ເກົ່າ. ​ເຊື່ອ​ວ່າທ່ານ​ດວງ​ໃຈ ພິຈິດ​ມາ​ຢ້ຽມຢາມ​ເທື່ອ​ນີ້ ຈະ​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ ​ແລະ ​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ລະຫວ່າງ​ສອງ​ກອງທັບ​ຈີນ-ລາວ.

ທ່ານ​ດວງ​ໃຈ ພິຈິດ ກ່າວ​ວ່າ: ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ລາວ​-ຈີນ ​ໄດ້​ຮັບ​ການ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ, ​ໄດ້ຊຸກຍູ້​ຢ່າງ​ແຂງ​ແຮງ​ໃຫ້ພາລະກິດການ​ສ້າງສາ​ປະ​ເທດ​ແລະ​ກອງທັບ​ຂອງ​ລາວ​​ໄດ້​ມີ​ການພັດທະນາ​ກ້າວ​ໄປ​ໜ້າ. ລັດຖະບານ​ແລະ​ກອງທັບ​ລາວ​ຈະ​ສືບ​ຕໍ່​ເດັດ ດ່ຽວ​ປະຕິບັດ​ນະ​ໂຍບາຍ​ໄມຕີ​ຈິດ​ມິດຕະພາບ​ກັບ​ຈີນ, ສຸມ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ.