ໄທ​ເກີດ​ບັນຫາ​ສໍ້​ລາດ​ບັງ​ຫຼວງ​ໃນ​​ໂຄງການຈຳນຳ​ເຂົ້າ​ເຮັດ​ໃຫ້​ລັດຖະບານ​ປະສົບ​ຜົນ​ເສຍ​ຫາຍ​ໃນ​ມູນ​ຄ່າ​ມະຫາສານ

(GMT+08:00) 2013-07-04 13:44:14     cri
ເມື່ອ​ມໍ່​ໆ​ມາ​ນີ້, ລັດຖະບານ​ໄທ​ຍອມຮັບ​ວ່າ, ​ໂຄງການ​ຈຳ​ນຳ​ເຂົ້າ​ໄດ້​ປະກົດ​ມີ​ການ​ ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ໜັກໜ່ວງ, ຈິ່ງ​​ເຮັດ​ໃຫ້​ລັດຖະບານ​ໄດ້​ຮັບ​ຜົນ​ເສ​ຍຫາຍ​​ໃນ​ມູນ​ຄ່າ​ມະຫາສານ.

ທ່ານ​ນາງປິຍະ​ຊິດບາ ຮອງ​ເລຂາທິການ​ປະຈຳ​ກະຊວງ​ການ​ເງິນ​ທີ່​ຮັບຜິດຊອບ​ການ​ກວດກາບັນຊີ​ໂຄງການ​ຈຳນຳ​ເຂົ້າ​ກ່າວ​ຢູ່​ລັດຖະສະພາ​ວ່າ, ທຸກ​ຂັ້ນ​ຕອນ​​ໃນ​ການ​ປະຕິບັດ​ໂຄງການ​ນີ້​ລ້ວນ​ແຕ່​ມີ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ໜັກໜ່ວງ. ຕາມ​ຕົວ​ເລກ​ຂອງ​ອົງການ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ໂຄງການ​ຈຳນຳ​ເຂົ້າ, ​ໃນ​ລະດູ​ການ​ເກັບ​ກ່ຽວ​ແຕ່​ປີ2011​ຫາ2013,​ໂຄງການ​ນີ້​ໄດ້​ຮັບ​ຜົນ​ເສຍ​ຫາຍ​ເຖິງ220​ຕື້960​ລ້ານ​ບາດ​ຫຼື​ປະມານ7​ຕື້100​ລ້ານ​ໂດ​ລາ.