ທ່ານ​ວີຣານ​ໂຕ ອະດີດ​ຜູ້​ບັນຊາ​ການ​ສູງ​ສຸດ​3​ເລົ່າ​ທັບອິນ​ໂດ​ເນ​ເຊຍ​ປະກາດ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ປະທານາທິບໍດີ

(GMT+08:00) 2013-07-04 13:53:02     cri
ທ່ານວີ​ຣານ​ໂຕ ປະທານ​ພັກ​ຮາ​ນູຣາ ອະດີດ​ຜູ້​ບັນຊາ​ການ​ສູງ​ສຸດ 3 ​ເລົ່າ​ທັບ​ອິນ​ໂດ​ເນ​ເຊຍ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ໃນ​ເມື່ອ​ມໍ່ໆ​ມາ​ນີ້​ວ່າ, ທ່ານ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ປະທານາທິບໍດີ​ແລະ​ຮອງ​ປະທານາທິບໍດີ​ໃນ​ປີ2014, ສ່ວນ​ທ່ານຮາຣີ ຕາ​ໂນ​ໂຊ​ດິບ​ໂຈ ນັກ​ທຸ​ລະ​ກິດ​ທີ່​ດຳ​ເນີນ​ທຸລະ​ກິດ​ດ້ານ​ສື່​ມວນ​ຊົນ​ລາຍ​ໃຫຍ່​ຄົນ​ເຊື້ອສາຍ​ຈີນ​ຈະ​ເປັນ​ຜູ້​ຊ່ວຍ​ຂອງ​ທ່ານ.

ນັກ​ວິ​ເຄາະ​ຂອງ​ອິນ​ໂດ​ເນ​ເຊຍ​ຊີ້​ອອກ​ວ່າ: ພັກ​ຮາ​ນູຣາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ມີ​ອະນາຄົດ​ທີ່​ບໍ່​ດີ​ປານ​ໃດ. ປະຈຸ​ບັນ, 3 ພັກ​ການ​ເມືອງ​ທີ່​ໄດ້​ນຳ​ໜ້າ​ໃນ​ການ​ຢັ່ງ​ປະຊາ​ມະຕິ​ແມ່ນ​ພັກPDI ພັກ​ກອນ​ຄາ ​ແລະ​ພັກ​ເຈຣິນດຼາ.