ເກີດ​​ເຫດມື​ປືນ​ຍິງ​ປະຊາຊົນ​​ຢູ່​ນະຄອນຫຼວງມາ​ນາລາ​ຂອງ​ຟີ​ລິບ​ປິນ ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ 5 ຄົນ

(GMT+08:00) 2013-07-04 11:08:55     cri
ຕອນ​ຂ້ອນ​ແຈ້ງ​ວັນ​ທີ 3 ກໍລະກົດ​ນີ້, ຢູ່ນະຄອນຫຼວງມາ​ນີລາຂອງ​ຟີ​ລິບ​ປິນ​ໄດ້​ເກີດ​ເຫດການມື​ປືນທີ່​ບໍ່ຊາບ​ຝ່າຍ​ກຸ່ມ​ໜຶ່ງ​ຍິງ​ຜູ້​ສັນຈອນ​ຢູ່​ຕາມ​ທ້ອງ​ຖະໜົນ​ເສຍ​ຊີວິດ 5 ຄົນ.

ຕຳຫຼວດ​ຟີ​ລິບ​ປິນກ່າວ​ວ່າ, ຜູ້​ຮ້າຍ 3 ຄົນ​ໄດ້​ໃສ່ໝວກ​ກັນກະທົບ​ທີ່​ປົກ​ປິດ​ໃບ​ໜ້າ, ​ແລະ​ໄດ້​ໜີ​ຈາກ​ສະຖານ​ທີ່​ເກີດ​ເຫດ​ພາຍຫຼັງ​ກໍ່​ເຫດ. ປະຈຸ​ບັນ, ຍັງ​ບໍ່​ຮູ້​​ຈຸດປະສົງ​ໃນການ​ກໍ່​ເຫດຂອງ​ມື​ປືນ​ເຫຼົ່າ​ນີ້​ເທື່ອ,​ ເຈົ້າ​ໜ້າ​ທີ່ຕຳຫຼວດ​ກຳລັງພະຍາຍາມສືບສວນຄະດີຢູ່. ນອກ​ນີ້, ຕາມ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ: ຜູ້​​ເສຍ​ຊີວິດ 5 ຄົນດັ່ງກ່າວ​​ແມ່ນ​ພີ່ນ້ອງ​ກັນ, ​ເຊິ່ງມີ​ອາຍຸພຽງ 20 ກວ່າປີ​ເທົ່າ​ນັ້ນ.

ຢູ່​ຟີ​ລິບ​ປິນ​ມີ​ຜູ້​ຖື​ປືນ​ທີ່ຜິດ​ກົດໝາຍຈຳນວນ​ຫຼວງ​ຫຼາຍໃນທົ່ວ​ປະ​ເທດ, ​ມີ​ເຫດການ​ປຸ້ນ​ຈີ້​ດ້ວຍ​ປືນ​​ເກີ​ດຂຶ້ນ​ເລື້ອຍໆ. ຕາມຕົວ​ເລກ​ສະຖິຕິຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຟີ​ລິບ​ປິນ​ແຈ້ງ​ໃຫ້​ຮູ້​ວ່າ, ທົ່ວ​ປະ​ເທດ​ຟີ​ລິບ​ປິນ​ໄດ້ມີປືນ​ທີ່​ຜິດ​ກົດໝາຍ​ທີ່​ບໍ່​ໄດ້​ຈົດ​ທະບຽນ​ເຖິງ 6 ​ແສນ​ກວ່າ​ກະບອກ.