ລັດຖະບານ​ລາວ​ຕັ້ງໜ້າ​ກະກຽມ​ເຂົ້າ​ຮ່ວມ​ງານ​ວາ​ງ​ສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ10

(GMT+08:00) 2013-07-05 15:22:32     cri
ລາວ​ໄດ້​ເຮັດ​ສຳ​ເລັດ​ວຽກ​ກະກຽມ​ທຸກ​ດ້ານຕາມ​ແຜນການ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10. ຄະນະ​ກຳມະການ​ກະກຽມ​ຝ່າຍລາວ​​ໂດຍ​ການ​ເປັນ​ປະທານ​ຂອງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ລາວ​ພ້ອມ​ດ້ວຍ​ກອງ​ເລຂາ​ທີ່ຮັບຜິດຊອບ​ວຽກ​ງານ​ກ່ຽວ​ກັບ​ງານ​ວາງສະ​ແດງ​ແລະ​ໜ່ວຍ​ງານ​ສະ​ເພາະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ແລະ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານ​ໃນ​ການ​ເຫັນ​ດີ​ທີ່​ໄດ້​ສະເໜີ​ເອົານະຄອນຫຼວງວຽງຈັນເປັນ ​ເມືອງ​ທີ່​ມີ​ສະ​ເໜ່ຂອງ​ລາວ ​ເພື່ອ​ນຳ​ໄປ​ວາງສະ​ແດງ​ຢູ່​ໃນ​ງານ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແລະ​ບໍລິສັດ​ລາວທີ່​ຈະ​ເຂົ້າ​ຮ່ວມ​ງານ​ກໍ່​ຈະ​​ເຮັດ​ວຽກ​ງານ​ກະກຽມ​ດ້ານ​ຕ່າງໆ​ໃຫ້ສຳ​ເລັດ​ໃນ​ໄລ​ຍະ​ໃກ້ໆ​ນີ້.

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ຈະ​ຈັດ​ຂຶ້ນ​ຢູ່​ສູນ​ປະຊຸມ​ແລະ​ວາງສະ​ແດງ​ສາກົນ​ນານ​ໜິງຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ໃນ​​ເດືອນ​ກັນຍາ​ປີ2013​ນີ້. ງານ​ວາງສະ​ແດງ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ "​ໂອກາດ​ໃໝ່, ກຳລັງ​ແຮງ​ໃໝ່​ແລະ​ໄລຍະ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ໃນ​ພາກ​ພື້ນ " .  ຈີນ​ທີ່​ເປັນ​ປະ​ເທດ​ເຈົ້າພາບ​ໄດ້​ຈັດຫາ​ຮ້ານ​ວາງສະ​ແດງ85​ບ່ອນ​ໃຫ້​ລາວ, ​ເພື່ອ​​ ​ເຂົ້າ​ຮ່ວມ​ການວາງສະ​ແດງ​ພາຍ​ໃຕ້​ຫົວ​ຂໍ້​ສະ​ເພາະ5​ຂໍ້​ຄື ທຸລະ​ກິດ​ການ​ຄ້າ, ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ, ການ​ຄ້າ​ການ​ບໍລິການ​ແລະ ​ເມືອງ​ທີ່​ມີ​ສະ​ເໜ່ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ.