ກອງທັບຟີ​ລິບ​ປິນສັງຫານກຸ່ມ​ປະກອບ​ອາວຸດ​ຕໍ່​ຕ້ານ​ລັດຖະບານ 8 ຄົນ​

(GMT+08:00) 2013-07-05 11:22:26     cri
ວັນ​ທີ 4 ກໍລະກົດ​ນີ້, ທ່ານຣາມອນ ຊາກາ​ລາ, ​ເຈົ້າ​ໜ້າ​ທີ່​ດ້ານ​ຂໍ້​ມູນ​ຂ່າວສານ​ສາທາລະນະ​ຂອງ​ກອງທັບ​​ຟີ​ລິບ​ປິນກ່າວ​ວ່າ, ວັນ​ທີ 4 ກໍລະ​ກົດ​ນີ້, ກອງທັບ​ຟີ​ລິບ​ປິນກັບ​ສະມາຊິກ​ກຸ່ມ​ຕໍ່ຕ້ານ​ລັດຖະບານ​ຄືກ​ອງທັບປະຊາຊົນ​ໃໝ່ 20 ກວ່າ​ຄົນ​ໄດ້​ຍິງ​ປະ​ທະກັນ​ຢູ່​ເກາະລູຊອນເປັນເວລາ 30 ນາທີ,ກຸ່ມປະກອບອາວຸດຕໍ່ຕ້ານລັດຖະບານ 8 ຄົນຖືກ​ຍິງ​ເສຍ​ຊີວິດ. ຝ່າຍກອງທັບຟີລິບປິນບໍ່ໄດ້ມີຜູ້ເສຍຊີວິດ​ແລະ​ບາດ​ເຈັບ, ປະຈຸບັນ, ກອງທັບ​ຟີ​ລິບ​ປິນກຳລັງ​ພະຍາຍາມ​ກວາດ​ລ້າງ​ພວກ​ປະກອບ​ອາວຸດ​ທີ່​ກຳລັງ​ຫຼົບ​ໜີ​ຢູ່.

ທ່ານ​​ເບ​ນິກ​ໂນ ອາ​ກີ​ໂນ Ⅲ ປະທານາທິບໍດີ​ຟີ​ລິບ​ປິນ​ເຄີຍ​ກ່າ​ວພາຍຫຼັງ​ຂຶ້ນ​ດຳລົງ​ຕຳ​ແໜ່​ງວ່າ, ຈະ​ແກ້​ໄຂບັນຫາ​ກຸ່ມປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ຕ່າງໆ​​​ເຊັ່ນ: "ກອງທັບປະຊາຊົນ​ໃໝ່" "​ແນວ​ໂຮມ​ປົດ​ປ່ອຍ​ອິສລາມ​ໂມ​ໂຣຫຼື MILF"​ແລະ​ອື່ນໆ​ກ່ອນ​ໝົດ​ວາລະ​ການ​ດຳລົງ​ຕຳ​ແໜ່​ງ​ໃນ​ປີ 2016. ປະຈຸ​ບັນ, ການ​ເຈລະຈາ​ລະຫວ່າງລັດຖະບານ​ຟີ​ລິບ​ປິນກັບ "ກອງ​ທັບ​ປະຊາຊົນ​ໃໝ່"​ໄດ້ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ.