ຈີນ​ແລະ​ສວິສ໌​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2013-07-07 13:49:44     cri
ຕາມ​ຂ່າວCRI, ວັນ​ທີ6​ກໍລະກົ​ນນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ກາວ​ຫູ​ເສິງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ ​ແລະ ທ່ານ​ໂຈ​ຮັນ ສ​ໄນ​ເດີ ອຳ​ມານ ທີ່​ປຶກສາ​ສະຫະພັນ​ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ​ສວິສ໌ ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຈີນ-ສວິສ໌ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ສະບັບ​ທຳ​ອິດ​ທີ່​ຈີນ​ເຊັນ​ກັນ​ກັບປະ​ເທດ​ເອີ​ລົບ. ວົງ​ການ​ຕ່າງໆ​ຂອງ​ສວິສ໌​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່ການ​ສ້າງ​ເຂດ​ການ​ຄ້າ​ເສລີລະຫວ່າງ​ປະ​ເທດ​ທັງ​ສອງ.

ວັນ​ທີ6​ກໍລະກົດ​ນີ້, ຂ່າວສານ​ສວິສ໌ກ່າວ​ວ່າ, ການ​ເຊັນ​ສັນຍາ​ເຂດ​ການ​ຄ້າ​ເສລີ​ໝາຍ​ຄວາມ​ວ່າ, ວິ​ສາ​ຫະກິດ​ສວິສ໌ຈະ​ມີ​ "ທ່າ​ແຮງ​ດ້ານ​ການ​ແກ່ງ​ແຍ່ງ​ທີ່​ປະຕິ​ເສດ​ບໍ່​ໄດ້" ຢູ່​ຕະຫຼາດ​ຈີນ, ຈະ​ອຳນວຍ​ຄາມ​ສະດວກ​ໃຫ້​ແກ່​ຜະລິດ​ຕະພັນ​ສວິສ໌​ເຂົ້າ​ສູ່​ຕະຫຼາດ​ຈີນ​ທີ່​ໃຫຍ່​ຫຼວງ. ອີກ​ດ້ານ​ໜຶ່ງ, ສັນຍາ​ສະບັບ​ນີ້​ກໍ​ຈະ​ເປັນ​ສິ່ງ​ຮັບປະກັນ​ດ້ານ​ກົດໝາຍ​ສຳລັບ​ການ​ແລກປ່ຽນ​ທາງ​ເສດຖະກິດ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ​ໃນ​ຂະນະ​ທີ່​ລົງ​ເລິກ​ການ​ຮ່ວມ​ມື​ກັນ, ກໍ​​ເປັນ​ການ​ປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ.

​ການ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ກໍ​ເປັນ​ຂ່າວ​ດີ​ສຳລັບ​ບຸກຄົນ​ວົງ​ການ​ເສດຖະກິດ​ສວິສ໌​. ມີ​ນັກທຸລະກິດ​ສວິສ໌ຫຼາຍ​ທ່ານ​ກ່າວ​ວ່າ, ປະຈຸ​ບັນ, ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ​3ຂອງ​ສວິສ໌ ​ເຊິ່ງຮອງ​ຈາກ​ສະຫະພາບ​ເອີ​ລົບ​ແລະສະຫະລັດ​ອາ​ເມ​ລິ​ກາ, ບໍ່​ຕ້ອງ​ສົງ​​ໄສ​ເລີຍ​ວ່າ, ຕະຫຼາດ​ແລະ​​ໂອກາດ​ທຸລະ​ກິດຂອງ​ຈີນ​ໄດ້​ເປັນ​ກຳລັງ​ດຶງ​ດູດນັກທຸລະກິດ​ສວິສ໌ຢ່າງ​ຫຼວງຫຼາຍ.