ທ່ານ​ສີ​ຈິ້ນ​ຜິ​ງສະ​ແດງ​ຄວາມ​ເປັນ​ຫ່ວງຫຼາຍຕໍ່​ປະຊາຊົນ​ຈີນ​ໃນ​ເຫດການ​ອຸປະຕິ​ເຫດ​ຍົນ​ຕົກ​ທີ່​ຊານ​ຟຼານຊິ​ສ​ໂກ​ອາ​ເມ​ລິ​ກາ

(GMT+08:00) 2013-07-08 20:12:38     cri
ໃນວັນທີ 7 ກໍລະກົດນີ້ຕາມເວລາປັກກິ່ງ​ ​ໄດ້​ເກີດອຸປະຕິ​ເຫດ​ຍົນ​​ໂດຍສານ​ຕົກ​ຂອງ​ບໍລິສັດ​ການບິນ​ເອ​ເຊຍ​ນາ​​ແອ​ລາຍ​ສ໌ຂອງ ສ.​ເກົາຫຼີ ຕົກ​ຢູ່​ຊານ​ຟຼານຊິ​ສ​ໂກລັດ​ກາຣີຟໍ​ເນຍຂອງອາເມລິກາ. ທ່ານ​ສີ​ຈິ້ນ​ຜິ​ງ​, ປະທານ​ປະ​ເທດ​ຈີນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງຕໍ່​ຜູ້​ເສຍ​ຊີວິດ​ແລະ​ຜູ້​​ໄດ້​ຮັບບາດ​ເຈັບ​ໃນ​ອຸປະຕິ​ເຫດ​ຄັ້ງ​ນີ້, ​ໄດ້ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ປະຊາຊົນ​ຈີນ​ທີ່​ປະສົບ​ເຄາະ​ຮ້າຍ​ໃນ​ອຸປະ​ຕິ​​ເຫດ, ​ແລະສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ຄອບຄົວ​ຂອງ​ປະຊາຊົນ​ຈີນ​ທີ່​ປະສົບ​ເຄາະ​ຮ້າຍ, ປະຊາຊົນ​ຈີນ​ທີ່​ໄດ້​ຮັບ​ບາດ​ເຈັບ​ແລະ​ລອດ​ຊີວິດ​ແລະ​ຜູ້​ໂດຍສານ​ຂອງ​ປະ​ເທດ​ອື່ນໆ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຊີ້​ນຳ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ສະຖານທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ, ສະຖານກົງສຸນໃຫຍ່​ຈີນ​ປະຈຳ​ຊານ​ຟຼານຊິ​ສ​ໂກ, ສະຖານທູດ​ຈີນ​ປະຈຳ​ ສ.​ເກົາຫຼີ ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ວຽກ​ປິ່ນປົວປະຊາຊົນ​ຈີນຜູ້​ໄດ້​ຮັບບາດ​ເຈັບ​ແລະ​ຈັດ​ສັນ​ປະຊາຊົນ​ຈີນຜູ້ລອດ​ຊີວິດ​ນັ້ນໃຫ້​ດີ, ພ້ອມ​ດຽວ​ກັນ​ນັ້ນ, ຄວນ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບ​ອາ​ເມ​ລິ​ກາ​ແລະ ສ.​ເກົາຫຼີ, ​​ເພື່ອ​​ແກ້​ໄຂ​ວຽກ​ງານ​ຕາມ​ພາຍຫຼັງຢ່າງ​ເໝາະ​ສົມ.