ທະນາຄານ​ໂລກ​ປັບ​ຫຼຸດການ​ຄາດ​ຄະ​ເນ​ຈັງຫວະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ອິນ​ໂດ​ເນ​ເຊ​ຍ​ໃນ​ປີ2013​ນີ້

(GMT+08:00) 2013-07-09 11:11:36     cri
ເມື່ອ​ມໍ່ໆ​ມາ​ນີ້, ທະນາຄານ​ໂລກ​ໄດ້​ເຜີຍ​ແຜ່​ຕົວ​ເລກ​ຄາດ​ຄະ​ເນ​ຫຼ້າ​ສຸດ​ກ່ຽວ​ກັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ອິນ​ໂດ​ເນ​ເຊຍ​ຂອງ​ປີ2013​ນີ້,​ໂດຍ​ເຫັນ​ວ່າ, ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ໃນ​ປີ​ນີ້​ຍັງ​ຈະ​ປະສົບ​ແຮງ​ກົດ​ດັນ​ຈຳນວນ​ໜຶ່ງ, ສະ​ນັ້ນ ຈິ່ງ​ປັບ​ຫຼຸດ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຈາກ6,2% ລົງ​ມາ​ທີ່5,9%, ຄາດ​ວ່າ, ​ອັດຕາ​ໄພ​ເງິນ​ເຟີ້​ຈະ​ຢູ່​ໃນ​ລະດັບ 9%.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ ຢູ່​ນະຄອນຫຼວງ​ຈາກ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ, ທ່ານແມັກ​ທາ ດີ​ອົບ ຫົວໜ້ານັກ​ເສດຖະສາດຂອງ​ທະນາຄານ​ໂລກ​ກ່າວ​ວ່າ, ທະນາຄານໂລກ​ປັບ​ຫຼຸດ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ອິນ​​ໂດ​ເນ​ເຊຍ​ແມ່ນ​ຍ້ອນ​ໄດ້​ພິຈາລະນາ​ເຖິງ​ປັດ​ໄຈ​ຫຼາຍ​ດ້ານ​ຄື ລາຄາ​ສິນຄ້າ​ໃນ​ຕະຫຼາດ​ສາກົນ​ໄດ້​ຫຼຸດ​ລົງ,ມັນ​ຍ່ອມ​ຈະ​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ອິນ​​ໂດ​ເນ​ເຊຍ​ໃນ​ປີ​ນີ້​ຫຼຸດ​ໜ້ອຍ​ລົງ, ທ່າ​ອ່ຽງດ້ານ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ​ໄຕ​ມາດ​ທີ 2 ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້, ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຈະ​​ແຮ່ງໜ້ອຍ​ກວ່າ 6 ​ເດືອນ​ຕົ້ນ​ປີ​ນີ້; ຕະຫຼາດ​ຫຸ້ນ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້ຕົກ​ຢູ່​ໃນ​ສະພາບ​ຊຸດ​ໂຊມ​ມາ​ໂດຍ​ຕະຫຼອດ ໃນ​ໄລຍະ​ມໍ່ໆ​ມາ​ນີ້​​, ຜູ້​ລົງທຶນ​ທັງ​ພາຍ​ໃນ​​ແລະ​ຕ່າງປະ​ເທດ​ມີ​ຄວາມ​ສົນ​ໃຈ​ຫຼຸດລົງ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ຊື້​ບັດ​ຫຸ້ນ​ສ່ວນຫຼືຫຼັກ​ຊັບ.

ນອກ​ນີ້, ​ເຖິງ​ວ່າ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຄວບ​ຄຸມ​ອັດຕາ​ໄພ​ເງິ​ນ​ເຟີ້​ທີ່​ເກີດ​ຂຶ້ນ​ຍ້ອນ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ຖີບ​ຕົວ​ສູງ​ຂຶ້ນ​ນັ້ນ​ໃຫ້​ຢູ່​ໃນ​ລະດັບ7,2%ກໍ່ຕາມ, ​ແຕ່​ວ່າ​ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ​ມັນ​ຈະ​ສູງຂຶ້ນ​ເຖິງ 9%, ​ແລະ​ຈົນ​ເຖິງກາງ​ປີ2014​ຈິ່ງ​ຈະ​ຟື້ນ​ຟູ​ຄືນ​ເປັນ​ປົກ​ກະຕິ​ໄດ້.