ຈີນບໍ່ເຄີຍໄດ້ຮັບຮອງແລະຮັບເອົາທັດສະນະຂອງຍີ່ປຸ່ນກ່ຽວກັບສະພາບປະຈຸບັນຂອງເກາະຕ້ຽວອີ
(GMT+08:00) 2013-07-09 11:20:57 cri
ທ່ານນາງຮວາຊຸນອິງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 8 ກໍລະກົດນີ້ວ່າ, ອັນທີ່ຍີ່ປຸ່ນເອີ້ນວ່າ "ສະພາບປະຈຸບັນ"ຂອງເກາະຕ້ຽວອີແມ່ນຜິດກົດໝາຍແລະບໍ່ມີຜົນສັກສິດມາແຕ່ເບື້ອງຕົ້ນແລະໄລຍະຜ່ານມາ, ຈີນບໍ່ເຄີຍໄດ້ຍອມຮັບແລະຮັບເອົາມາກ່ອນ.
ນາງຮວາຊຸນອິງກ່າວວ່າ, ເກາະຕ້ຽວອີພ້ອມດ້ວຍເກາະດອນຕ່າງໆທີ່ຢູ່ບໍລິເວນໃກ້ຄຽງແມ່ນດິນແດນຂອງຈີນມາຕັ້ງແຕ່ບູຮານນະການ, ຈີນມີສິດອະທິປະໄຕຕໍ່ເກາະເຫຼົ່ານີ້ໂດຍບໍ່ສາມາດໂຕ້ຖຽງໄດ້. ທຸກມາດຕະການຂອງຍີ່ປຸ່ນທີ່ໃຊ້ກັບເກາະຕ້ຽວອີລ້ວນແຕ່ແມ່ນຢູ່ບົນພື້ນຖານທີ່ຍຶດຄອງເກາະຕ້ຽວອີຢ່າງຜິດກົດໝາຍ, ອັນທີ່ຍີ່ປຸ່ນເອີ້ນວ່າ "ສະພາບໃນປະຈຸບັນ"ຂອງເກາະຕ້ຽວອີແມ່ນຜິດກົດໝາຍແລະບໍ່ມີຜົນສັກສິດມາແຕ່ເບື້ອງຕົ້ນ, ຈີນບໍ່ເຄີຍໄດ້ຍອມຮັບແລະຮັບເອົາທັດສະນະແນວນີ້ມາກ່ອນ.
ນາງຮວາຊຸນອິງກ່າວເນັ້ນວ່າ, ໃນໄລຍະມໍ່ໆມານີ້, ຍີ່ປຸ່ນຕັ້ງໃຈເວົ້າໂຍກເຖິງໄພຂົ່ມຂູ່ຈາກຈີນມາຫຼາຍເທື່ອ, ເພື່ອສ້າງຄວາມເຄັ່ງຕຶງໃນພາກພື້ນ, ດຶງດູດຫາງສຽງສາກົນໄປໃນທາງທີ່ບໍ່ຖືກຕ້ອງ, ຊຶ່ງບໍ່ມີຜົນດີຕໍ່ການແກ້ໄຂບັນຫາ, ກົງກັນຂ້າມຈະທຳລາຍຄວາມໄວ້ເນື້ອເຊື່ອໃຈທາງການເມືອງແລະຄວາມໝັ້ນຄົງລະຫວ່າງສອງຝ່າຍຕື່ມອີກ. ຖ້າວ່າຍີ່ປຸ່ນມີຄວາມຈິງໃຈໃນການປັບປຸງການພົວພັນຈີນຍີ່ປຸ່ນໃຫ້ດີຂຶ້ນແທ້, ກໍ່ຄວນຢຸດຕິການໃຊ້ຄຳເວົ້າແລະການກະທຳທຸກຢ່າງທີ່ໃສ່ຮ້າຍປ້າຍສີແລະທຳລາຍຊື່ສຽງຂອງຈີນ, ຄວນໃຊ້ການກະທຳຕົວຈິງເພື່ອພະຍາຍາມປັບປຸງການພົວພັນລະຫວ່າງຈີນກັບຍີ່ປຸ່ນໃຫ້ດີຂຶ້ນ.