ນາຍົກລັດຖະມົນຕີຫວຽດນາມ​ພົບ​ປະ​ກັບ​ນາຍົກລັດຖະມົນຕີລາວ

(GMT+08:00) 2013-07-09 19:31:01     cri
ຕາມ​ຂ່າວCRI: ​ຂ່າວສານ​ຫວຽດນາມ​ລາ​ຍງານ​ວ່າ, ວັນ​ທີ 8 ກໍລະກົດ​ນີ້, ທ່ານ​ຫງວຽນ​ເຕິ​ນຢຸງ, ນາຍົກລັດຖະມົນຕີຫວຽດນາມ​ໄດ້​ພົບ​ປະ​ກັບ​ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວຢູ່​ເມືອງ​ວິງແຂວງ​ອານ​ຂອງ​ຫວຽດນາມ, ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການສຳເລັດວຽກ​ງານ​ສຳຫຼວດເຫງະຢູ່ພາກສະໜາມແລະປັກຫຼັກ​ໝາຍ​ຊາຍ​ແດນຖີ່​ຢູ່​ເຂ​ດຊາຍ​ແດນ​ຂອງ​ສອງ​ປະ​ເທດ ​ແລະ ງານສະຫຼອງການ​​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໃຫຍ່​ເລກ 460 ຢູ່ດ່ານແທງຖຸຍແຂວງເຫງະອານຫວຽດນາມ - ດ່ານນ້ຳອອນແຂວງບໍລິຄຳໄຊຂອງລາວ.

ນາຍົກ​ລັດຖະມົນຕີສອງ​ທ່ານ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການສຳເລັດວຽກ​ງານ​ສຳ​ຫຼວດຢູ່​ພາກ​ສະໜາມ​ແລະ​ປັກຫຼັກ​ໝາຍ​ຊາຍ​ແດນ​ຖີ່ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​​ເທື່ອ​ນີ້, ​ແລະ​ຖື​ເປັນ​ເຫດການ​ການ​ເມືອງ​ທີ່​ສຳຄັນ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ກ່າວ​ຢ້ຳວ່າ, ຈະ​ພະຍາຍາມ​​ເຮັດວຽກ​ສຳ​ຫຼວດ​ແລະ​ປັກຫຼັກ​ໝາຍ​ຊາຍ​ແດນ​​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ສຳ​ເລັດ​ຢ່າງ​ຮອບດ້ານ​ໃນ​ປີ 2014. ນອກ​ນີ້, ນາຍົກລັດຖະມົນຕີສອງ​ປະ​ເທດ​ຍັງ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນລະຫວ່າງ​ສອງ​ຝ່າຍ​ແລະບັນຫາ​ທີ່​ສອງຝ່າຍ​ສົນ​ໃນ​​ຮ່ວມ​ກັນ.

ມື້​ດຽວ​ກັນ, ນາຍົກ​ລັດຖະມົນຕີສອງ​ທ່ານ​ໄດ້​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ການ​ຍົກຍ້າຍ​ຕາມ​ລຳພັງແລະ​​ການ​ແຕ່ງດອງ​ສ້າງຄອບຄົວ​​ແບບຜິດ​ກົດໝາຍ​ລະຫວ່າງ​ຫວຽດນາມ​ກັບ​ລາວ.