ຈີນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ທະ​ເລ​ເປັນ​ປົກ​ກະ​ຕິ​ແມ່ນ​ເລື່ອງ​ທີ່​ຕິ​ຕຽນ​ບໍ່​ໄດ້

(GMT+08:00) 2013-07-10 13:23:53     cri
ທ່ານນາງ​ຮວາ​ຊຸນ​ອິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກໍລະກົດ​ນີ້​ວ່າ, ຈີນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ທະ​ເລ​ຕາມ​ປົກກະຕິ​ໂດຍ​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ແລະ​ລະບຽບ​ກົດໝາຍ​ຂອງ​ຈີນ​ນັ້ນ​ແມ່ນ​ເລື່ອງ​ທີ່​ຕິຕຽນ​ບໍ່​ໄດ້.

ນາງ​ຮວາ​ຊຸນ​ອິງ​ກ່າວ​ວ່າ, ຈີນ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ,​ແລະ​ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ລັກສະນະ​​ປ້ອງກັນ​ຕົວ. ​ແຕ່​ຈີນ​ເດັດຂາດ​ຈະ​ບໍ່​ອະນຸຍາດ​ໃຫ້​ປະ​ເທດ​ໃດໆ​ລ່ວງ​ລ້ຳ​ສິດ​ອະທິປະ​ໄຕ​ຂອງ​ຈີນ.

ນາງ​ຮວາ​ຊຸນ​ອິງ​ຊີ້​ອອກ​ວ່າ: ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຍີ່​ປຸ່ນ​ໄດ້​ເວົ້າ​ໂຍກ​ເຖິງ​ໄພ​ຂົ່ມຂູ່​ຈາກ​ຈີນ​​ເລື້ອຍໆ​ເພື່ອ​ສ້າງ​ບັນຍາກາດຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ​ໃນ​ພາກ​ພື້ນ, ​ເມື່ອ​ພິຈາລະ​ນາ​ເຖິງ​ອິດ​ທິກຳລັງການ​ເມືອງ​ຈຳນວນ​ໜຶ່ງ​ຂອງ​ຍີ່​ປຸ່ນ​ໄດ້​ສວຍ​ໃຊ້​ໂອກາດ​ນີ້​​ເພື່ອສົ່ງ​ເສີມ​ການ​ເພີ່ມ​ກຳ​ລັງ​ອາ​ວຸດ​ເພື່ອ​ກຽມ​ພ້ອມ​ເຮັດ​ສົງ​ຄາມ, ​ແລະ​ຈັດການ​ຊ້ອມ​ຮົບ​ເລື້ອຍໆ, ຊຶ່ງ​ເຮັດ​ໃຫ້​ປະຊາ​ຄົມ​ໂລກຈຳ​ຕ້ອງ​ເປັນ​ຫ່ວງນຳ​ຍີ່​ປຸ່ນ​ຈະ​ກ້າວ​ໄປ​ສູ່​ທິດ​ໃດ? ຈີນ​ຫວັງ​ໃຫ້​ຍີ່​ປຸ່ນ​ຈົ່ງ​ມີ​ທ່າ​ທີ​ທີ່​ຖືກ​ຕ້ອງ, ກະ​ທຳ​ໃນ​ສິ່ງ​ທີ່​ຈະ​ເປັນ​ການ​ຊຸກ​ຍູ້​ການ​​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມື​ອງ​ແລະ​ຄວາມ​ໝັ້ນຄົງ​ລະຫວ່າງ​ປະ​ເທດ​ແລະ​ເພື່ອ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.