ຫວຽດນາມ​ກັບ​ລາວ​ສຳ​​ເລັດ​ວຽກ​ງານປັກ​ຫຼັກ​ໝາຍຊາຍ​ແດນຖີ່ລະຫວ່າງ​ສອງ​ປະ​ເທດ

(GMT+08:00) 2013-07-10 14:54:42     cri

ຕອນ​ເຊົ້າ​ວັນ​ທີ 9 ກໍລະກົດ​ນີ້, ຢູ່​ດ່ານ​​ແທງ​ຊຸຍ ​ແຂວງ​​ເຫ​ງະອານ​ຂອງຫວຽດນາມ--ດ່ານ​ນ້ຳ​ອອນ ​ແຂວງບໍລິ​ຄຳ​ໄຊຂອງ​ລາວ, ຫວຽດນາມ ກັບ ລາວ​​ໄດ້​ຮ່ວມ​ກັນຈັດ​ພິທີ​ເພື່ອ​ສະ​ເຫຼີ​ມສະຫຼອງ​ຜົນສຳ​ເລັດ​ວຽກງານປັກ​ຫຼັກ​ໝາຍຊາຍ​ແດນຖີ່​ ກໍຄື,ສະ​ເຫຼີ​ມສະຫຼອງ​ການ​ເປີດ​ປ້ວຍຫຼັກ​ໝາຍຊາຍ​ແດນ​ໃຫຍ່ເລກທີ​ 460. ທ່ານ​ຫງວຽນ​ເຕິ​ນຢຸງ ນາຍົກລັດຖະມົນຕີ​ຫວຽດນາມ ກັບ ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດ​ຖະມົນຕີ​ລາວ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະ​ຫຼອງ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​.

ເພື່ອ​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​​ເສັ້ນຊາຍ​ແດນ​ສອງ​ປະ​ເທດຫວຽດນາມ ກັບ ລາວ​, ຜູ້ນຳ​ຫວຽດນາມ ກັບ ລາວ​ເປັນ​ເອກະສັນ​ກັນ​ເຫັນ​ດີດຳ​ເນີນ​ໂຄງການ "​ບູສະ​ນະລະ​ບົບຫຼັກ​ໝາຍ​ຊາຍ​ແດນ​ຫວຽດນາມ-​ລາວ",ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວກ່າວ​ວ່າ, ໂຄງການ "​ບູລະນະ​ລະບົບຫຼັກ​ດໝາຍ​ຊາຍ​ແດນ​ຫວຽດນາມ-​ລາວ"​​ໄດ້ປະ​ກອບ​ສ່ວນ​ອັນສຳຄັນ​ໃຫ້ສອງ​ປະ​ເທດ​ເພິ່ມຄວາມ​ເຂົ້າ​ໃຈ​ກັນ ​ແລະ ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ແລະ​ສ້າງ​ເງື່ອນ​ໄຂ​ທີ່​ສະດວກ​ຕໍ່​ກາ​ນທ່ອງ​ທ່ຽວ, ​ການ​ຄ້າ ການ​ລົງທຶນ​​ແລະ​ການ​ໄປມາຫາ​ສູ່​ກັນລະຫວ່າງ​​ປະຊາຊົນ​ຂອງສອງ​ປະ​ເທດ, ມີ​ຜົນ​ດີ​​ໃນ​ການຍົກ​ລູງລະດັບ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ສອງ​ປະ​ເທດ​ທີ່​ຢູ່​ລຽບ​ຕາມຊາຍ​ແດນ.

ປີ2014, ຫວຽດນາມ ກັບ ລາວ​ຈະ​ສຳ​ເລັດ​ເອກະສານ​ກົດໝາຍ​ທັງ​ໝົດ, ​ເພື່ອ​ບັນທຶກ​ຜົນ​ຂອງ​ວຽກງານ​​ປັກ​ຫຼັກໝາຍ​ຊາຍ​ແດນ.