ໃນ 6 ​ເດືອນ​ຕົ້ນ​ປີ​ນີ້ ທົ່ວ​ປະ​ເທດ​ລາວ​ໄດ້​ມີ​ຜູ້​ເສຍ​ຊີວິດຍ້ອນພະຍາດໄຂ້​ເລືອດ​ອອກແລ້ວ64 ຄົນ

(GMT+08:00) 2013-07-11 11:17:33     cri
ຂໍ້​ມູນຫຼ້າ​ສຸດຂອງ​ສູນ​ຄົ້ນຄວ້າ​ພະຍາດ​​ແລະລະບາດ​ວິທະຍາແຫ່ງ​ຊາດ​ລາວ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ທົ່ວ​ປະ​ເທດ​ລາວມີ 2 ໝື່ນ​ກວ່າຄົນ​ໄດ້​ຕິດ​ເຊື້ອ​ພະຍາດໄຂ້​ເລືອດ​ອອກ, ມີ​ຜູ້​ເສຍ​ຊີວິດ​ແລ້ວ 64 ຄົນ.

ແຂວງ​ແລະ​ນະຄອນ​ທີ່​ມີ​ຜູ້​ຕິດ​ເຊື້ອ​ຫຼາຍ​ກວ່າ​ໝູ່​ແມ່ນ​ນະຄອນຫຼວງ​ວຽງ​ຈັນ, ​ແຂວງ​ຈຳປາ​ສັກ,​ແຂວງສະຫວັນ​ນະ​ເຂດ​ແລະ​ແຂວງ​ສາລະ​ວັນ. ພາກສ່ວນ​ສາທາລະນະ​ສຸກ​ຂອງ​ລາວ​ໄດ້​ເຕືອນ​ໃຫ້​ປະຊາຊົນ​ຈົ່ງ​ນອນ​ໃນ​ມຸ້ງ, ອະນາ​ໄມ​ກະ​ໂປະ,ກະ​ປ໋ອງ,ພາຊະນະ​ຕ່າງໆ​ທີ່​ເປັນ​ບ່ອນ​ເພາະ​ພັນ​ຂອງ​​ເຊື້ອ​ພະຍາດໄຂ້​ຍູງ, ລວງ​ຮ່ອງ​ນ້ຳ​ແລະ​ບ່ອນ​ທີ່​ມີ​ນ້ຳ​ຂັງ​,​ແລະ​ສີດ​ຢາຂ້າ​​ຍູງ ​ເພື່ອ​ປ້ອງ​ກັນ​ພະຍາດໄຂ້​ເລືອດ​ອອກ.

ຢູ່​ລາວ, ​ໄລຍະ​ແຕ່​ເດືອນ​ພຶດສະພາ​ຫາ​ເດືອນ​ຕຸລາ​ແມ່ນ​ລະດູຝົນ,ຊຶ່ງ​ເປັນ​ໄລຍະ​ທີ່​ໄຂ້​ເລືອດ​ອອກ​ແຜ່​ລະບາດ​ຢ່າງ​ໜັກໜ່ວງ​ທີ່​ສຸດ. ​​ໄລຍະ​ມໍ່ໆ​ມາ​ນີ້,ສະຖານທູດ​ຈີນ​ປະຈຳ​ສປປ​ລາວ​ໄດ້​ອອກ​ຄຳ​ເຕືອນ​​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນທາງ​ໄ​ປທ່ອງ​ທ່ຽວ​ຢູ່​ລາວ​ຄວນ​ເອົາ​ໃຈ​ໃສ່​ໃນ​ການ​ປ້ອງ​ກັນພະຍາດ​ໄຂ້​ເລືອດ​ອອກ.