ຄະນະ​ຜູ້​ແທນ​ເຈົ້າ​ໜ້າ​ທີ່​ລາວ​ມາ​ທັດສະນະ​ສຶກສາແລະ​ແລກປ່ຽນ​ຄວາ​ມຄິດ​ຄວາມ​ເຫັນ​ຢູ່​ຈີນ

(GMT+08:00) 2013-07-11 15:10:23     cri

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນຂອງ​ຈີນ, ຫວ່າງ​ມໍ່ໆນີ້, ຄະນະ​ຜູ້​​ແທນ​ເຈົ້າ​ໜ້າ​ທີ່​ລາວ​ 26 ຄົນທີ່​ນຳ​ໂດຍ​ທ່ານ​ບຸນຄົງ ຫຼ້າ​ຄຳ​ໄຊ ຮອງ​ຫົວໜ້າ​ສະ​ຖາ​ບັນການ​ເມືອງ​ແລະ​ການ​ປົກຄອງ​ແຫ່ງ​ຊາດ​ລາວ​​ໄດ້ເດີນທາງ​ມາ​ຈີນ​​ເພື່ອດຳ​ເນີນ​ການທັດສະນະ​ສຶກສາ ​ແລະ ​ແລກປ່ຽນ​​ເປັນ​ເວລາ 10 ມື້. ກ່ອນ​ອອກ​​ເດີ​ນທາງ, ສະຖານທູດຈີນ​ປະຈຳ​ລາວ​ໄດ້​ຈັດ​ພິທີ​ສົ່ງ​ຄະນະ​ຜູ້​ແທນ​ດັ່ງກ່າວ.

ທ່ານ​ກ່ວນຮວ້າປີ່​ງ ​ເອກ​ອັກ​ຄະ​ລັດຖະທູດ​ຈີ​ນປະຈຳ​ລາວ​ກ່າວ​ວ່າ​, ຈີນ ກັບ ລາວ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງທີ່​ມີອຸ​ດົມ​ຄະຕິຮ່ວມ​ກັນ, ຈີນ​ຍິນ​ດີ​ສືບ​ຕໍ່​ເພິ່ມທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ສະຫາຍ​ລາວ, ​ຊົມ​ໃຊ້​ບົດຮຽນ​ທີ່ສຳ​ເລັດ​ຜົນ​ເຊິ່ງກັນ​ແລະ​ກັນ, ​ຊຸກ​ຍູ້​ການ​ກໍ່ສ້າງ ​ແລະ ການ​ພັດທະນາ​ຂອງ​ສອງ​ປະ​ເທດ​​ໃຫ້​ໄວ​ຍິ່ງ​ຂຶ້ນ

ທ່ານ​ບຸນ​ຄົງ​​ໄດ້ຂອບ​ໃຈ​ຕໍ່ພັກ ​ແລະ ລັດຖະບານ​ຈີນ​ທີ່​ໃຫ້ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຕໍ່​ພາລະກິດ​ສ້າງສາ​ປະ​ເທດ​ຂອງ​ພັກ ​ແລະ ລັດ​ລາວ, ​ແລະ​ກ່າວ​ວ່າ, ຈະ​​ໃຊ້ໂອກາດ​ນີ້​ຢ່າງ​ເຕັມທີ່, ທັດສະນະ​ສຶກສາ​ແລະ​ຮ່ຳຮຽນ​ເອົາບົດຮຽນ ​ແລະ ວິທີ​ທີ່​ໄດ້​ຮັບ​ຜົນສຳ​​ເລັດ​ໃນ​ດ້ານ​ການ​ພັດທະນາ​ຂອງ​ຈີນ, ​ປະກອບສ່ວນ​ອັນ​ຕັ້ງໜ້າ​​​ເຂົ້າ​ໃນ​ການຊຸກ​ຍູ້​ການ​ສ້າງສາ​ພັດທະນາຊາດ​ລາວ ​ແລະ ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ອັນ​ຮອບດ້ານ​ລະຫວ່າງ​ລາວ​-ຈີນ.