ໄທ​ຕັ້ງ​ເປົ້າ​ໝາຍ​ສ້າງ​ລາຍ​ຮັບຈາກການທ່ອງທ່ຽວ​ໃຫ້​ໄດ້2000​ຕື້ບາດ​ໃນ​ປີ2015

(GMT+08:00) 2013-07-12 17:04:59     cri
ເມື່ອ​ມໍ່ໆ​ມາ​ນີ້, ລັດຖະບານ​ໄທ​ໄດ້​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ສ້າງ​ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ໃຫ້​ໄດ້2000​ຕື້​ບາດ​ໃນ​ປີ2015, ​ແລະ​ຈະ​ປະສານ​ສົມທົບ​ກັບບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ໃນ​ກາ​ນຊຸກ​ຍູ້​ການ​ພັດທະນາ​ຂະ​ແໜ​ງການທ່ອງທ່ຽວ​ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້.

ປີ2012ຜ່ານມາ, ​ໄທ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຖິງ22​ລ້ານ​ເທື່ອ​ຄົນ,ສ້າງ​ລາຍ​ຮັບ​ໄດ້​ເກືອບ1​ຕື້​ບາດຫຼື​ເທົ່າ​ກັບ32​ລ້ານ​ໂດ​ລາ. ຕາມ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ຄາດ​ຄະ​ເນ​ວ່າ, ປີ2013​ນີ້, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ໄປ​ທ່ຽວ​ປະ​ເທດ​ໄທ​ຈະ​ເພີ່ມ​ຂຶ້ນ​ເຖິງ24​ລ້ານ5​ແສນ​ເທື່ອ​ຄົນ, ຈະ​ສ້າ​ງລາຍ​ໄດ້​ໃຫ້​ແກ່​ປະ​ເທດ​ໄທ​ຫຼາຍ​ກວ່າ1000​ຕື້​ບາດ​ຫຼື​ເທົ່າ​ກັບ320​ຕື້​ໂດ​ລາ.

ເປົ້າ​ໝາຍ​ສູງ​ສຸດ​ໃນ​ດ້ານ​ການທ່ອງທ່ຽວ​ຂອງ​ໄທ​ໃນ​ປີ2015​ແມ່ນ​ນັກ​ທ່ອງ​ທ່ຽວ​ຈະ​ບັນລຸ​ເຖິງ26​ລ້ານ​ເທື່ອຄົນ, ສະ​ເລ່ຍ​ແລ້ວ,ມູນ​ຄ່າ​ບໍລິ​ໂພ​ກຂອງນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ແຕ່ລະຄົນຈະ​ມີ​ເຖິງ 5000ບາດ​ຕໍ່​ມື້​ຫຼື​ເທົ່າ​ກັບ160​ໂດ​ລາ, ສ່ວນນັກ​ທ່ອງ​ທ່ຽວ​ໄທ​ຈະ​​ໃຊ້​ຈ່າຍ​ປະມານ2000​ບາດ​ຫຼື​ເທົ່າ​ກັບ64​ໂດ​ລາຕໍ່​ມື້.