ຄະນະ​ກຳມະການ​ປະຈຳ​ສະພ​າ​ແຫ່ງ​ຊາດ​ຫວຽດນາມ​ສະໜັບສະໜູນ​ໃຫ້​ສະໜອງ​​ອາວຸດຍຸດ​ໂທ​ປະກອນໃຫ້​ແກ່​ກຳລັງປ້ອງ​ກັນ​ການ​ປະມົງ​ຂອງ​ຫວຽດນາມ

(GMT+08:00) 2013-07-12 18:14:55     cri
ວັນ​ທີ 11 ກໍລະກົດ​ນີ້, ຕາມ​ໜັງສືພິມ​ເອ​ເລັກ​ໂຕຼນິກຂອງພັກ​ຄອມ​ມູນິດ​ຫວຽດນາມ​ລາຍ​ງານ​ວ່າ, ວັນ​ທີ 11 ກໍລະກົດ​ນີ້, ກອງ​ປະຊຸມ​​ເທື່ອທີ 19 ຂອງ​ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ສະ​ໄໝທີ 13 ​ໄດ້​ສະໜັບສະໜູນ​​ໃຫ້ສະ​ໜອງອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ແກ່​ກຳລັງ​ປ້ອງ​ກັນ​ການ​ປະ​ມົງຂອງ​ຫວຽດນາມ.

ຕາມ​ຂ່າ​ວ​ແຈ້ງວ່າ, ສະມາຊິກ​ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາ​ມໝັ້ນຄົງຂອງ​ຫວຽດນາມ​ຫຼາຍທ່ານ​ສະ​ເໜີ​​ໃຫ້ລັດຖະບານ​ຄວນ​ກຳນົດ​ປະ​ເພດ​ປືນ​ທີ່​ກຳລັງປ້ອງ​ກັນ​ການ​ປະມົງ​ຈະ​ນຳ​ໃຊ້​ນັ້ນຢ່າງ​ຈະ​ແຈ້ງ, ​ແລະ​ວາງ​ມາດ​ຕະການ​ການຄຸ້ມ​ຄອງ​ແລະ​ນຳ​ໃຊ້ອາວຸດ​ຍຸດ​ໂທ​ປະກອນ​ໃນ​ການ​ປະຕິບັດ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ​ໂດຍ​ສະ​ເພາະ​ໃນ​ການ​ເຄື່ອນ​ໄຫວ​ເພື່ອ​ປ້ອງ​ກັນ​ການ​ປະມົງຢູ່​ເຂດ​ທະ​ເລທີ່ຢູ່ນ​ອກນ່ານທະ​ເລ​ຂອງ​ຫວຽດນາມ.