ໂຄສົກ​ກະຊວງ​ປ້ອງ​ກັນ​ປ​ະ​ເທດ​ຈີນ​ຖະແຫຼງກ່ຽວ​ກັບ​ການ​ທີ່​ລັດຖະບານ​ຍີ່ປຸ່ນ​ເຜີຍ​ແຜ່ "ປື້​ມປົກ​ຂາວ​ປ້ອງ​ກັນ​ຕົວ"​ປີ 2013

(GMT+08:00) 2013-07-12 20:05:40     cri
ວັນ​ທີ 11 ກໍລະກົດ​ນີ້, ທ່ານ​ເກິ​ງ​ເຢ້ນ​ເຊິ່ງ, ​ໂຄສົກ​​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, "ປື້​ມປົກ​ຂາວ​ປ້ອງ​ກັນ​ຕົວ"ປີ 2013ທີ່​ຍີ່ປຸ່ນ​ເຜີຍ​ແຜ່​ນັ້ນ​​ບໍ່​ເອົາຫົວຊານຳ​ຕໍ່ຄວາມ​ເປັນຈິງ, ​​ໄດ້ເວົ້າ​ໂຍກເຖິງ "​ໄພ​ຂົ່ມຂູ່​ດ້ານການ​ທະຫານຂອງ​ຈີນ", ມີ​ເຈດ​ຕະນາ​ຢາກຍຸ​ແຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ຂ້ອມຂ້າງໃຫ້ໄປໃນທາງທີ່ບໍ່ດີ, ກອງທັບ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວຕໍ່​ເລື່ອງ​ນີ້, ​ແລະ​ໄດ້​ຕໍ່​ວ່າ​ທັກ​ທ້ວງ ​ຍີ່ປຸ່ນຢ່າງ​ເຄັ່ງ​ຂຶມ.

ທ່ານ​ເກິ​ງ​ເຢ້ນ​ເຊິ່ງກ່າວ​ວ່າ, ຈີນ​ຍຶດໝັ້ນ​ເດີນ​ໄປ​ຕາມ​ເສັ້ນທາງ​ການ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ປະຕິບັດ​​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ທີ່​ມີ​ລັກສະນະ​ແບບປ້ອງ​ກັນ​ຕົວ, ຈຸດປະສົງ​ທາງ​ດ້ານ​ຍຸດ​ທະ​ສາດ​ໃນ​ການ​ພັດ​ທະ​ນາ​ກຳລັງ​ການ​ທະຫານ​ແມ່ນມີ​ຄວາມ​ຈະ​ແຈ້ງ, ແລະສຸມ​ໃສ່ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ​ມາ​ໂດຍ​ຕະຫຼອດ. ນອກ​ນີ້, ຈີນມີຄວາມ​ຕັດສິນ​ໃຈ​ແລະ​ຄວາມຕັ້ງ​ໃຈ​ຢ່າງເດັດດ່ຽວໜຽວແໜ້ນ​ໃນ​ການ​ປົກ​ປ້ອງ​ອະທິ​ປະ​ໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ການ​ເຄື່ອນໄຫວທີ່ກ່ຽວຂ້ອງຂອງຈີນແມ່ນຕຳນິບໍ່ໄດ້.

ທ່ານ​ເກິ​ງ​ເຢ້ນ​ເຊິ່ງຊີ້​ອອກ​ວ່າ, ​ໃນ​ຊຸມ​ປີມໍ່ໆມານີ້, ຍີ່ປຸ່ນ​ໄດ້​ເພີ່ມ​ອາວຸດຍຸດ​ໂທ​ປະກອນດ້ວຍ​ຂໍ້​ອ້າງ​ຕ່າງໆນາໆ, ພັດທະນາ​ກຳລັງ​ຕໍ່ສູ້​ທີ່​ມີ​ລັກສະນະ​ບຸກ​ໂຈມ​ຕີ, ຊັກຊວນ​ໃຫ້​ປະ​ເທດທີ່ຢູ່​ນອກ​ພາກ​ພື້ນ​ນີ້​ຈັດການ​ຊ້ອມ​ຮົບ​ຮ່ວມ​ເລື້ອຍໆ. ຜູ້ນຳ​ຍີ່ປຸ່ນ​ກໍ່ໄດ້​ກ່າວ​ຄວາມ​ເວົ້າ​ທີ່​ບໍ່​ມີຄວາມ​ຮັບຜິດຊອບເລື້ອຍໆ, ໂດຍມີ​ຈຸດປະສົງຢາກພິດປີ້ນຄວາມເປັນຈິງໃນ​ປະ​ເທດທາງ​ປະຫວັດສາດ​ທີ່ຍີ່ປຸ່ນກໍ່ສົງຄາມຮຸກຮານໃນສະໄໝສົງຄາມ​ໂລກ​ຄັ້ງ​ທີ 2 . ຈີນ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ສຳ​ຫຼວດຕົນເອງຄືນໃໝ່ໃນດ້ານ​ປະຫວັດການຮຸກຮານຢ່າງເລິກເຊິ່ງ, ​ເດີນ​ໄປ​ຕາມ​ເສັ້ນທາງ​ການ​ພັດທະນາໂດຍສັນຕິ ເພື່ອໃຫ້ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຈາກ​ປະ​ເທດ​ໃກ້ຄຽງດ້ວຍການກະທຳຕົວຈິງ.