ທ່ານ​ສີຈິ້ນ​ພີງກ່າວ​ເນັ້ນ​ໃຫ້​ລະດົມ​ຄວາມ​ຫ້າວຫັນ​ຂອງ​ພະນັກງານ​ແລະ​ປະຊາຊົນ​ຢ່າງ​ເຕັມສ່ວນ​ເພື່ອ​ຮັບປະກັນກິດຈະກຳ​ການສຶກສາ​ແລະພຶດຕິ​ກຳດຳ​ເນີນ​ໄປ​ເປັນ​ຢ່າງ​ດີ

(GMT+08:00) 2013-07-13 14:11:47     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ເວລາ​ລົງ​ໄປ​ສຳ​ຫຼວດຄົ້ນຄວ້າ​ຢູ່​ແຂວງ​ເຫີ​ເປ,ທ່ານ​ສີ​ຈິ້ນ​ພີງ,​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ,ປະທານ​ປະ​ເທດ,ປະທານ​ຄະນະ​ກຳມະການ​ສູນ​ກາງ​ກ່າວ​ເນັ້ນວ່າ,ຕ້ອງລະດົມ​ຄວາມ​ຫ້າວຫັນ​ຂອງພະນັກງານນຳ​ແລະ​ປະຊາຊົນທັງຫຼາຍ​ຢ່າງ​ເຕັມສ່ວນ​, ລົງ​ເລິກ​ຮ່ຳຮຽນ,ສຶກສາ​ແລະ​ຮັບ​ຟັງ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ,​ເພື່ອ​ຮັບປະກັນກິດຈະກຳ​ການສຶກສາ​ແລະພຶດຕິ​ກຳດຳ​ເນີ​ນ​ໄປ​ເປັນ​ຢ່າງ​ດີຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.​​

ໃນ​ວັນ​ທີ11-12ກໍລະກົດ​ນີ້,ທ່ານ​ສີ​ຈິ້ນ​ພີ​ງລົງ​ໄປ​ສຳ​ຫຼວດຄົ້ນຄວ້າ​ແລະ​ຊີ້​ນຳ​ກິດຈະກຳ​ການ​ສຶກສາ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ແນວທາງ​ປະຊາຊົນ​ຂອງ​ພັກຢູ່​ຊົນນະບົດ​ແລະກົງຈັກ​ລັດຖະບານ​ແຂວງ​ເຫີ​ເປ. ທ່ານ​ສີ​ຈິ້ນພີ​ງຊີ້​ອອກ​ວ່າ,ການ​ທີ່ລະດົມ​ຄວາມ​ຫ້າວຫັນ​ຂອງພະນັກງານນຳ​ແລະ​ປະຊາຊົນທັງຫຼາຍ,ການ​ທີ່ສ້າງ​ພື້ນຖານ​ແຫ່ງ​ການຮ່ຳຮຽນ​ສຶກສາ​ແລະ​​ສຳ​ຫຼວດກວດກາບັນຫາ​ໃຫ້​ດີ,ການ​ທີ່ກຳ​ແໜ້ນການປັບປຸງ​ຈັດຕັ້ງປະຕິບັດ ​ແລະ​ການ​ສ້າງລະບຽບ​ການ​ນັ້ນ​,​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ການ​ເຮັດ​ໃຫ້ກິດຈະກຳການ​ສຶກສາ​ແລະ​ພຶດຕິ​ກຳ​ໄດ້​ຮັບ​ປະສິດ​ທິຜົນຕົວ​ຈິງ. ​ຕ້ອງອອ​ກ​ແຮງ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າການ​ໃນ​ດ້ານ​ແນວ​ຄຶດ​ແລະ​ການ​ກະທຳ,ຊຸກຍູ້​ສະມາຊິກ​ພັກ​ແລະ​ພະນັກງານ​ທັງຫຼາຍຍົກສູງຄວາມ​ເປັນ​ເຈົ້າການ​ແລະ​ຄວາມ​ເດັດດ່ຽວໃນ​ການຈັດຕັ້ງປະຕິບັດ​​ແນວ​ທາງ​ປະຊາຊົນ​ຂອງ​ພັກ,ຖື​ການ​ປະຕິບັດ​ວິ​ໄນ​ຢ່າງ​ເຄັ່ງ​ຄັດ​ເປັນ​ມາດ​ຕະການ​ສຳຄັນ,​ແລະ​ອອກ​ແຮງ​ຮັບປະກັນ​ໃຫ້​ດຳ​ເນີນ​ກິດຈະກຳ​ຢ່າງ​ປອດ​ໃສ.