ທະນາຄາ​ນ​ໂລກຄາດ​ວ່າ​ໃນ​ປີ2013,​ເສດຖະກິດ​ຫວຽດນາມຈະ​ເພີ່ມ​ຂຶ້ນ​ເຖິງ5,3%

(GMT+08:00) 2013-07-13 14:18:55     cri
ຕາມ​ຂ່າວCRI: ຕາມ​ຂ່າວສານ​ຫວຽດນາມ​ລາຍ​ງານ​ວ່າ,ວັນ​ທີ12ກໍລະກົດ​ນີ້,ສຳນັກງານຜູ້ຕາງໜ້າ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ​ໄດ້​ປະກາດ​ບົດ​ລາຍ​ງານ​ເສດຖະກິດ​ຫວຽດນາມ. ຕາມ​ກາ​ນຄາດ​ຄະ​ເນ​ຂອງ​ທະນາຄານ​ໂລກ,​ໃນ​ປີ2013 ຈັງຫວະ​ເຕີບ​ໂຕ​ທາງ ​ເສດຖະກິດຂອງ​ຫວຽດນາມ​ຈະ​ເພີ່ມ​ຂຶ້ນ​ເຖິງ 5,3%, ​ອັດຕາເງິນ​ເຟີ້​ຈະ​ສືບ​ຕໍ່​ຢູ່​ໃນ​ລະດັບ 8,2%.

ຕາມ​ຂ່າວ​ແຈ້ງ​ວ່າ,ທ່ານ​ດີ​ປັກ ມິ​ສຣາ,ນັກ​ເສດຖະສາດ​ຄົນທີ​ໜຶ່ງ​ຂອງສຳນັກງານຜູ້​ຕາງໜ້າທະນາຄານ​ໂລກ​ປະຈຳຫວຽດນາມກ່າວ​ວ່າ,ຍ້ອນ​ວ່າ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ລັດຖະບານ​ຫວຽດນາມ​ໄດ້​ໃຊ້​ນະ​ໂຍບ​າຍ​ເງິນຕາ​ແລະ​ນະ​ໂຍບາຍ​ການ​ເງິນ​ທີ່​ມີ​ປະສິດ​ທິຜົນ,​ເສດຖ​ະກິດ​ມະຫາ​ພາກ​ຂອງ​ຫວຽດນາມ​ໄດ້​ຮັກສາ​ຄວາມ​ໝັ້ນທ່ຽງ,ມີ​ຜົນ​ດີ​ຕໍ່​ການ​ຄວບ​ຄຸມ​ສະຖານະ​ການ​​ເງິນ​ເຟີ້.​ແຕ່​ບົດ​ລາຍ​ງານ​ສະບັບ​ນີ້​ກໍ​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ,​ເສດຖະກິດ​ມະຫາ​ພາກ​ຫວຽດນາມ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ,ຄື:​ເສດຖະກິດ​ເພີ່ມ​ຂຶ້ນ​ຊ້າ​ລົງ​ອາດ​ຈະ​ເຮັດ​ໃຫ້​ນະ​ໂຍບາຍ​ເງິນ​ຕາ​ແລະ​ນະ​ໂຍບາຍ​ການ​ເງິນ​ຜ່ອນຄາຍ​ລົງ,​ແລ້ວ​ເພີ່ມ​ຄວາມ​ກົດ​ດັນ​ຂອງ​ເງິນ​ເຟີ້,​ແລະກະທົບກະ​ເທືອ​ນ​ເຖິງຄວາມ​ໝັ້ນທ່ຽງຂອງ​ເສດຖະກິດ​ມະຫາ​ພາກ​ຢ່າງ​ໜັກໜ່ວງ.