ທ່ານ​ຢາງ​ເຈ​ສື້ພົບ​ປະ​ທ່ານ​ນາງ​ໄລ​ສ​ແລະ​ທ່ານ​ຮາ​ເກີ

(GMT+08:00) 2013-07-14 14:20:49     cri

ວັນ​ທີ12ກໍລະກົດ​ນີ້, ຢູ່​ວໍ​ຊິງຕັນ ທ່ານ​ຢາງ​ເຈ​ສື້,ຜູ້ຕາງໜ້າ​ວິສາມັນ​ຂອງ​ທ່ານ​ສີ​ຈິ້ນ​ພີ​ງ,ປະທານ​ປະ​ເທດ​ຈີນ,ທັງ​ເປັນ​ທີ່​ປືກສາ​ແຫ່ງ​ລັດ​ທີ່​ໄປ​ເຂົ້າຮ່ວມ​ງານ​ສົນທະນາຍຸ​ດທະ​ສາດ​ແລະ​ເສດຖະກິດ​ຈີນ​ອາ​ເມ​ລິ​ກາ​ຮອບ​ທີ5ຢູ່​ອາ​ເມ​ລິ​ກາໄດ້​ພົບ​ປະ​ທ່ານ​ນາງ​ຊຸຊັນ ​ໄລ​ສ, ຜູ້​ຊ່ວຍ​ວຽກ​ງານ​ຄວາມ​ປອດ​ໄ​ພ​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ ​ແລະ​ທ່ານ​ຊັກ ຮາ​ເກີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ.

​ໃນ​ເວລາ​ພົບ​ປະກັບ​ທ່ານ​ນາງ​ໄລ​ສ,ທ່ານ​ຢາງ​​ເຈ​ສື້ກ່າວ​ວ່າ,​ເມື່ອ​ສອງ​ຝ່າຍ​ພ້ອມ​ກັນ​ພະຍາຍາມ​ແລ້ວ,ງານ​ສົນທະນາຍຸດ​ທະ​ສາດ​ແລະ​ເສດຖະກິດຈີນ​ອາ​ເມ​ລິ​ກາ​ຮອບ​ທີ5​ໄດ້​ຮັບ​ຜົນສຳຄັນ​ທີ່ຕັ້ງໜ້າ.ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ,​ເພີ່ມ​ທະວີ​ການ​ໄປມາຫາສູ່ກັນແລະ​ການ​ແລກປ່ຽນ​ທາງ​ຍຸດ​ທະ​ສາດລະຫວ່າງ​ຂັ້ນສູງ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ເປີດ​ກວ້າງ​ການ​ຮ່ວມ​ມື​ກັນ,ຊຳລະ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ,ຮັບປະກັນ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຂະ​ຫຍາ​ຍ​ໄປ​ໜ້າ​ຕາມວົງ​ໂຄຈອນທີ່​ຖືກຕ້ອງ​ຢ່າງ​ບໍ່ຢຸດ​ຢັ້ງ.

ທ່ານນາງ​ໄລ​ສກ່າວ​ວ່າ,ທ່ານ​ປະທານາທິບໍດີ​ບາ​ຣັກ ​ໂອ​ບາ​ມາ​ແລະ​ລັດຖະບານ​ອາ​ເມ​ລິ​ກາ​ມີ​ຄຳ​ໝັ້ນສັນຍາ​ທີ່​ເດັດດ່ຽວ​ໃນ​ການ​ຂະ​ຫຍາ​ຍການ​ພົວພັນ​ກັບ​ຈີນ,ທັງ​ອອກ​ແຮງ​ກັບ​ຈີນ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ,​ໃຊ້​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃໝ່​ໃຫ້​ໄດ້​ຮັບ​ຜົນງານ​ທີ່​ລະອຽດ​ຫຼາຍ​ກວ່າ​ເກົ່າ.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຮາ​ເກີ,ທ່ານ​ຢາງ​ເຈ​ສື້ກ່າວ​ວ່າ,​ງານ​ສົນທະນາຍຸ​ດທະ​ສາດ​ແລະ​ເສດຖະກິດ​ຈີນ​ອາ​ເມ​ລິ​ກາ​ຮອບ​ທີ5​ໄດ້​ປຶ​ກສາ​ຫາລື​ກັນ​ຢ່າງ​ເລິກ​ເຊິ່ງ​ໂດຍປິ່ນ​ອ້ອມການຈັດຕັ້ງປະຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ,​ໄດ້ຮັບ​ຜົນງານ​ອັນ​ອຸດົມສົມບູນ,ຊື່​ງກວມ​ເອົາ​ການ​ເຫັນ​ດີ​ຕັ້ງໜ້າ​ຄົ້ນຄວ້າ​​ແລະສ້າງຕັ້ງກົນ​ໄກ​ລາຍ​ງານການ​ເຄື່ອນ​ໄຫວ​ທີ່ສຳຄັນ​ຂອງສອງ​ກອງທັບ​​ໃຫ້​ຊາບ​ເຊິ່ງກັນ​ແລະ​ກັນ,ສືບ​ຕໍ່​ຄົ້ນຄວ້າ​ບັນຫາ​ຫຼັກ​ຖານ​ຂອງການ​ເຄື່ອນ​ໄຫວຄວາມ​ປອດ​ໄພ​ທາງ​ການ​ທະຫານ​ທາງ​ທະ​ເລ​ແລະ​ອາກາດ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ.ຈີ​ນຍິນ​ດີ​ກັບ​ອາ​ເມ​ລິກາ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ສອງ​ກອງທັບ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ​ເຊິ່ງກັນ​ແລະ​ກັນ,ຫຼີກ​ລ້ຽງ​ເກີດ​ມີ​ຄວາມ​ເຂົ້າ​ໃຈ​ຜິດ​ແລະ​ການວິນິດ​ໃສຜິດ.

ທ່ານ​ຮາ​ເກີ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຈະຕັ້ງໜ້າຈັດຕັ້ງປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ຂອງ​ປະມຸກລັດ​ສອງ​ປະ​ເທດ,ບົນ​ພື້ນຖານ​ງານ​ສົນທະນາທາງ​ຍຸ​ດທະ​ສາດ​ແລະ​ເສດຖະກິດ​ອາ​ເມ​ລິ​ກາ​ຈີນຄັ້ງນີ້, ລົງ​ເລິກ​ພັດທະນາ​ການ​ສົນທະນາ,​ໄປມາຫາສູ່​ກັນ​ແລະ​​ຮ່ວມ​ມື​ກັນກັບ​ຈີນ​ໃນ​ຂົງ​ເຂດ​ການ​ທະຫານ​ຢ່າງ​ບໍ່​ຢຸດ​ຢັ້ງ,ຊຸກຍູ້​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ໃຫ້​ກ້າວ​ສູ່​ລວງ​ເລິກ,ຊຸກຍູ້​ການ​ພົວພັນ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.