ລັດ​ຖະ​ບານ​ມຽນ​ມາ​ກັບ​ກຸ່ມ​ປະ​ກອບ​ອາ​ວຸດ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ລັດ​ວາ​ລົງ​ນາມ​ສັນ​ຍາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ

(GMT+08:00) 2013-07-15 11:56:48     cri
ຕາມສື່ມວນຊົນແຫ່ງຊາດມຽນມາລາຍງານໃນວັນທີ 13 ກໍລະກົດນີ້ວ່າ,ວັນທີ 12ກໍລະກົດນີ້, ລັດ​ຖະ​ບານ​ມຽນ​ມາ​ກັບ​ກຸ່ມ​ປະ​ກອບ​ອາ​ວຸດ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ລັດ​ວາ ທາງ​ພາກ​ເໜືອ​ຂອງ​ມຽນ​ມາ​ຄື ກອງ​ກຳ​ລັງ​ປະ​ສົມ​ລັດ​ວາ​ໄດ້​ລົງ​ນາມ​ສັນ​ຍາ​ວ່າ​ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ. ນັກ​ວິ​ເຄາະ​ເຫັນ​ວ່າ, ການ​ເຊັນ​ສັນ​ຍາ​ເທື່ອ​ນີ້​ຈະ​ສາ​ມາດ​ຊ່ວຍ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ ລະ​ຫວ່າງ​ກອງ​ທັບ​ລັດ​ຖະ​ບານ​ກັບ​ກອງ​ກຳ​ລັງ​ປະ​ສົມ​ລັດ​ວາ, ມຽນ​ມາ​ໄດ້​ຢ່ວງ​ບາດ​ກ້າວ​ອີກ​ກ້າວ​ໜຶ່ງ​ໄປ​ສູ່​ສັນ​ຕິ​ພາບ​ພາຍ​ໃນ​ແລະ​ຄວາມ​ປອງ​ດອງ​ຊາດ.

ຕາມໄດ້ຮູ້ວ່າ, ສັນຍາສະບັບດັ່ງກ່າວນີ້ມີຈຸດສຳຄັນ5ຂໍ້ຊຶ່ງລວມທັງການຮຽກຮ້ອງໃຫ້ສອງ ຝ່າຍ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ໂດຍ​ທັນ​ທີ​ໃນ​ເວ​ລາ​ເກີດ​ບັນ​ຫາ​ດ້ານ​ການ​ທະ​ຫານ, ນອກ​ຈາກ​ນັ້ນ​ກອງ​ທັບລັດຖະບານກັບກອງ​ກຳ​ລັງ​ປະ​ສົມ​ລັດ​ວາ​ຈະ​ດຳ​ເນີນການ​ຮ່ວມ​ມື​ກັນ​ໃນການປາບປາມ​ຢາເສບ​ຕິດ​ແລະ​ບັນ​ຫາ​ການ​ພັດ​ທະ​ນາ​ຂອງ​ທ້ອງ​ຖິ່ນ​ເຫຼົ່າ​ນີ້​ເປັນ​ຕົ້ນ. ນອກ​ນີ້, ສັນ​ຍາ​ສະ​ບັບ​ນີ້​ຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ, ກອງ​ກຳ​ລັງ​ປະ​ສົມ​ລັດ​ວາ​ຈະ​ບໍ່​ຖືກ​ຕັດ​ແຍກ​ອອກ​ຈາກ​ສະ​ຫ​ະ​ພາບ​ມຽນ​ມາ.

ເນື່ອງຈາກວ່າ ນັບຕັ້ງແຕ່ທ່ານເທັນເຊັນ ປະທານາທິບໍດີມຽນມາຂຶ້ນກ ຳອຳນາດໃນປີ2011ເປັນຕົ້ນມາ, ທ່ານ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ຂະ​ບວນ​ການ​ປອງ ດອງ​ຊາດ​ແລະ ປະຊາທິປະໄຕ, ນັບ​ມາ​ຮອດ​ເດືອນ​ມິ​ຖຸ​ນາ​ປີ​2013​ນີ້, ລັດ​ຖະ​ບານ​ມຽນ​ມາ​ໄດ້​ເຊັນ​ສັນ​ຍາ​ຢຸດ ຍິງ​ໃນ​ເບື້ອງ​ຕົ້ນ​ກັບ​ກຸ່ມ​ປະ​ກອບ​ອາ​ວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ສຳ​ຄັນ​ທັງ​ໝົດ 11 ກຸ່ມ​ຂອງມຽນມາ. ແຕ່ວ່າ, ມີ​ນັກ​ວິ​ເຄາະ​ຊີ້​ອອກ​ວ່າ, ບັນ​ຫາ​ຊົນ​ເຜົ່າ​ຂອງ​ມຽນ​ມາ​ມີ​ຄວາມ​ສັບ​ສົນ​ຫຼາຍ, ລັດຖະ ບານ ມຽນມາ​ຕ້ອງ​ການ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ຖາ​ວອນ​ກັບ​ກຸ່ມ​ປະ​ກອບ​ອາ​ວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທັງ​ໝົດ​ຢູ່​ພາຍ​ໃນ​ປະ​ເທດ​ແຕ່​ກໍ່​ຕ້ອງ​ໃຊ້​ເວລາ​ໄລຍະ​ໜຶ່ງ.