ຫຼາຍປະ​ເທດ​​ໃນອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​​ໄຂ້​ເລືອດ​ອອກ​ຢ່າງ​ເຂັ້ມ​ງວດ

(GMT+08:00) 2013-07-15 12:03:14     cri
ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ຫຼາຍ​ປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ລ້ວນ​ແຕ່​ໄດ້​ປະສົບບັນຫາ​ການ​ແຜ່​ລະບາດ​ຂອງພະຍາດ​ໄຂ້​ເລືອດ​ອອກ, ​​​ໃນ​ນັ້ນ, ຟີ​ລິບ​ປິນ​​ແລະ​ໄທ​ມີ​ສະພາບ​ການ​ແຜ່​ລະບາດ​ຢ່າງ​ໜັກໜ່ວງ.

ຕາມ​ຂໍ້​ມູນ​ທີ່​​ເຜີຍ​ແຜ່​ໂດຍ​ອົງການ​ອະນາ​ໄມ​ໂລກ, ນັບ​ມາ​ຮອດ​ເດືອນ​ມິຖຸນາ​ຜ່ານ​ມາ​ນີ້, ​ຢູ່ໄທ​ມີ​ຜູ້​ຕິດພະຍາດ​ໄຂ້​ເລືອດ​ອອກ5​ໝື່ນ9000​ກໍ​ລະ​ນີ, ຟີ​ລິບ​ປິນ 3ໝື່ນ 7000ກໍລະນີ, ຫວຽດນາມ 1ໝື່ນ 3000ກໍລະນີ, ລາວ 1ໝື່ນ 2000ກໍລະນີ, ສິງກະ​ໂປ​ແລະ​ມະ​ເລ​ເຊຍ​ຕ່າງ​ມີ1​ໝື່ນ 1000ກໍລະນີ.

ເພື່ອຕ້ານການແຜ່ລະບາດຂອງໄຂ້ເລືອດອອກ, ປະເທດຕ່າງໆໃນອາຊີຕາເວັນອອກສຽງໃຕ້ໄດ້ເພີ່ມທະວີການສຳຫຼວດ,ຄົ້ນຄວ້າ​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຍູງ​ທີ່​ເປັນ​ພາຫະ​ນຳເຊື້ອພະຍາດ. ໜັງສືພິມ The Straits Time ຂອງ​ສິງກະ​ໂປ ລາຍ​ງານ​ວ່າ,  ມີ​ອາສາ​ສະໝັກ​ປ້ອງ​ກັນ​ພະຍາດ​ໄຂ້​ເລືອດ​ອອກ​ຂອງ​ສິງກະ​ໂປ​ຫຼາຍ​ກວ່າ2000​ຄົນ​ໄດ້​​ລົງ​ພົບ​ປະປະຊາຊົນຫຼາຍ​ກວ່າ7​ແສນຄອບຄົວ​ເພື່ອ​ດຳ​ເນີນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ຄວາມ​ຮູ້​​ໃນ​ການປ້ອງ​ກັນ​ພະຍາດ​ໄຂ້​ເລືອດ​ອອກ.

ກົມ​ສິ່ງ​​ແສດ​ລ້ອມ​ແຫ່ງ​ຊາດ​ສິງກະ​ໂປ​ຍັງ​ໄດ້​ຖ່າຍ​ທຳ​ຟິມ​ໂຄສະນາ​ທີ່​ບັນຍາຍ​ດ້ວຍ4​ພາສາ​ແລ້ວ​ອັບ​ໂລດ​ຂຶ້ນ​ອິນ​ເຕີ​ເນັດ​ເພື່ອ​​ແນະນຳ​ໃຫ້​ມວນ​ຊົນ​ໃຫ້​ຮູ້ຈັກ​ໃນ​ການ​ປ້ອງ​ກັນ​ຕົວ​ເອງ​ຄື​ແນວ​ໃດ. ກະຊວງ​ສາທາລະນະ​ສຸກ​ຂອງ​ຟີ​ລິບ​ປິນກໍ່​ໄດ້​ປຸກລະດົມ​​ໃຫ້ປະຊາຊົນ​ກວດກາແລະ​ກຳ​ຈັດ​ບ່ອນ​ທີ່​ເປັນ​ແຫຼ່ງ​ເພາະ​ພັນ​ຍູງ, ​ແລະ​ເຕືອນ​​ໃຫ້​ປະຊາຊົນ​ຈົ່ງ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຕົວ​ ​ຈາກ​ການ​ຕິດພະຍາດ​ໄຂ້​ເລືອດ​ອອກ.