ຄູແລະ​ນັກຮຽນຈີນທີ່​ລອດ​ຊີວິດ​ຈາກ​ເຫດການ​ຍົນ​ຂອງ​ບໍລິສັດການບິນ​ເອ​​ເຊຍນາ​ເອວລາຍ​ສ໌ຂອງ ສ.​ເກົາຫຼີ​ຕົກ​ ​ໄດ້ກັບ​ຄືນ​ປະ​ເທດດ້ວຍ​ຄວາມ​ປອດ​ໄພ

(GMT+08:00) 2013-07-15 13:39:44     cri
ຕາມ​ຂ່າວ​CRI​: ຕອນ​ບ່າຍ​ວັນ​ທີ 14 ກໍລະກົດ​ນີ້, ຄູແລະ​ນັກ​ຮຽນ​ຂອງ​ໂຮງຮຽນ​ມັດທະຍົມຈ່ຽງຊ່ານ​​ແຂວງ​ເຈີ້ຈ່ຽງຂອງ​ຈີນ​ທີ່​ລອດ​ຊີວິດ​ຈາກ​ເຫດການຍົນຂອງ​ບໍລິສັດການບິນ​ເອ​​ເຊຍນາ​ເອວລາຍ​ສ໌ຂອງ ສ.​ເກົາຫຼີ​​ຕົກ​​ໄດ້ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມປອດ​ໄພ. ອຳນາດ​ການ​ປົກຄອງ​ນະຄອນ​ຈ່ຽງຊ່ານ​​ແຂວງ​ເຈີ້ຈ່ຽງ​ໄດ້​ສ້າງ​ຕັ້ງ​ໜ່ວຍປະສານ​ງານ, ​ເພື່ອ​ຊ່ວຍ​ເຫຼືອ​ຄອບຄົວ​ຂອງ​ຜູ້​​ເສຍ​ຊີວິດ, ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ ​ແລະຊ່ວຍຮຽກ​ຄ່າ​ເສຍ​ຫາຍ​ໃຫ້​ແກ່ຄູ​ແລະນັກຮຽນລອດ​ຊີວິດ​ຈາກ​ເຫດການຍົນ​ຕົກ​​ໃນ​ຄັ້ງ​ນີ້.

ນອກ​ນີ້​, ອຳນາດ​ການ​ປົກຄອງ​ນະຄອນ​ຈ່ຽງຊ່ານຍັງ​ແຈ້ງ​ໃຫ້ຊາບວ່າ, ຕໍ່​ມາ, ໜວ່ຍປະສານວຽກ​ງານ​ຕ່າງໆ​ຫຼັງ​ເກີດ​ອຸບັດ​ຕິ​ເຫດຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ແລະ​ການແລ​ກປ່ຽນ​ຄວາມ​ເຫັນ​ກັບ​ສະຖານ​ກົງສຸນ​ໃຫຍ່​ຈີນ​ປະຈຳ​ຊານ​ຟຼານຊິ​ສ​ໂກຂອງອາ​ເມ​ລິ​ກາ ​ແລະ ບໍລິສັດ​ການບິນ​ເອ​ເຊຍ​ນາ​ເອວລາຍ​ສ໌ຂອງ ສ.​ເກົາຫຼີ, ​ເພື່ອ​ຊ່ວຍ​​ແກ້​ໄຂວຽກ​ງານ​ຕ່າງໆ​ຫຼັງ​ອຸບັດ​ຕິ​ເຫດໃຫ້​ດີ, ​​ແລະ​ໃຫ້ການປິ່ນປົວຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ໃຫ້​ດີ.