ເຈົ້າ​ໜ້າ​ທີ່​ຂອງ5​ປະ​ເທດ​​ປຶກສາ​ຫາລືແຜນການ​​ໄລຍະ​ຍາວ​ເພື່ອແກ້​ໄຂ​ບັນຫາ​ໝອກຄວັນ

(GMT+08:00) 2013-07-16 16:51:46     cri
ວັນ​ທີ 15 ກໍລະກົດ​ນີ້, ​ເຈົ້າ​ໜ້າ​ທີ່​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​40ທ່ານທີ່​ມາ​ຈາກ5​ປະ​ເທດ​ຄື​ສິງກະ​ໂປ, ມະ​ເລ​ເຊຍ,ອິນ​ໂດ​ເນ​ເຊຍ,ບຼູ​ໄນ​ແລະ​ໄທ​ໄດ້ປະຊຸມ​ກັນ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ຂອງ​ມະ​ເລ​ເຊຍ​ເພື່ອ​ປຶກສາ​ຫາລື​ບັນຫາ​ມົນ​ລະ​ພິດ​ຈາກ​ໝອກ​ຄວັນ, ​​ເພື່ອ​ທຳ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຄະນະ​ກຳມະການລະດັບ​ລັດຖະມົນຕີ​​ໃນ​ການຊີ້ນຳ​ວຽກ​ງານໝອກ​ຄວັນ​ຂ້າມ​ຊາຍ​ແດນອະນຸ​ພາກພື້ນ​ແມ່​ນ້ຳຂອງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 17ຫາ​ວັນ​ທີ 18 ​ເດືອນ​ກໍລະກົດ​ນີ້. ມະ​ເລ​ເຊຍ​ກ່າວ​ໃນ​ຫວ່າງ​ກ່ອນ​ນີ້​ວ່າ,ຝ່າຍ​ມະ​ເລ​ເຊຍ​​ເຫັນ​ວ່າ, ຄະນະ​ກຳມະການ​ລະດັບ​ລັດຖະມົນຕີ​ໃນ​ການ​ຊີ້​ນຳ​ວຽກ​ງານ​ໝອກ​ຄວັນ​ຂ້າມ​ຊາຍ​ແດນອະນຸ​ພາກ​ພື້ນ​ແມ່​ນ້ຳຂອງຈະ​ບໍ່​ສາມາດ​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ສັນ​ກັນ​ກ່ຽວ​ກັບ​ແຜນການ​​ແກ້​ໄຂ​ບັນຫາ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ດ້ານ​ການ​ປ້ອງ​ກັນ​ໝອກ​ຄວັນ​ໄດ້.

ທ່ານ​ປາ​ລາ​ນີ​ເວ​ວ ລັດຖະມົນຕີ​ວ່າການ​ກະຊວງ​ສິ່ງ​ແວດ​ລ້ອມ​ມະ​ເລ​ເຊຍ​ກ່າວ​ວ່າ, ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ປຶກສາ​ຫາລື​ແຜນການ​ແກ້​ໄຂ​ບັນຫາ​ໝອກ​ຄວັນໄລຍະ​ຍາວ.ຢູ່​ໃນ​ກອງ​ປະຊຸມ, ມະ​ເລ​ເຊຍ​ຈະ​ປະສານ​ສົມທົບ​ຢ່າງ​ໃກ້ຊິດ​ກັບ​ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ສະມາຊິກ​ອື່ນໆ​ໃນ​ອາ​ຊຽນ, ​ເພື່ອ​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກ​ກະ​ສັນ​ກັນ​ດ້ານ​ຕ່າງໆ​ເປັນ​ກ້າວໆ. ທ່ານ​ວີ​ເລັມ ລາມ​ປານ​ກີ​ເລ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຈັດ​ສັນ​ສະ​ຫວັດ​ດີ​ພາ​ບ​ປະ​ຊາ​ຊົນ​ໃຫ້​ເປັນ​ເອ​ກະ​ພາບ​ກັນ​ຂອງ​ອິນ​ໂດ​ເນ​ເຊຍກ່າວ​ວ່າ, ການ​ແກ້​ໄຂ​ບັນຫາ​ໝອກ​ຄວັນ​ແມ່ນ​ວຽກ​ງານ​ຮີບ​ດ່ວນ​ທີ່​ສຸດ​ໃນ​ປະຈຸ​ບັນ​ຂອງອິນ​ໂດ​ເນ​ເຊຍ.