ນາຍົກລັດຖະມົນຕີອັງກິດ​ພົບ​ປະ​ກັບປະທານາທິບໍດີ​ມຽນມາ

(GMT+08:00) 2013-07-16 15:24:27     cri
ຕາມ​ຂ່າວCRI: ວັນ​ທີ 15 ກໍລະກົດ​ນີ້, ທ່ານ​​​ເດ​ວິດ ຄາ​ເມີ​ຣອນ, ນາຍົກລັດຖະມົນຕີອັງກິດ​ໄດ້ພົບ​ປະ​ກັບ​ທ່ານ​ເທັນ​ເຊັນ, ປະທານາທິບໍດີ​ມຽນມາ​ທີ່​​ໄປ​ຢ້ຽມຢາມ, ສອງ​ຝ່າຍ​ໄ​ດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ​, ເຊັ່ນ: ການ​ຮ່ວມ​ມື​ດ້ານ​ວຽກ​ງານການ​ປ້ອງ​ກັນ, ການ​ສອນການ​ຮຽນ​ພາສາ​ອັງກິດ, ​ແລະການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ລົງທຶນ​ເປັນ​ຕົ້ນ.

ທ່ານ​ເທັນ​ເຊັນ​ແມ່ນຜູ້ນຳ​ສູງ​ສຸດ​ຂອງ​ມຽນມາຄົນ​ທຳ​ອິດທີ່​ໄປ​ຢ້ຽມຢາມອັງກິດ​ໃນຮອບ 25 ປີ. ​ໃນ​ການ​ພົບ​ປະ​ເຈລະຈາ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ເທັນ​ເຊັນ​ໄດ້​ແຈ້ງ​ສະພາບ​ຫຼ້າ​ສຸດຂອງການ​ຂ້າມ​ຜ່ານ​ທາງ​ການ​ເມືອງ​ແລະ​ການ​ປະຕິ​ຮູບທາງ​ດ້ານເສດຖະກິດຂອງ​ມຽນມາ​ໃຫ້​ທ່ານ​ເດ​ວິດ ຄາ​ເມີຣອນ​ໄດ້​ຮັບ​ຊາບ. ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກິດຈະກຳ​ອີກ​​ເທື່ອໜຶ່ງ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ເທັນ​ເຊັນ​ຍັງ​ໄດ້​ປະກາດ​ວ່າ: ລັດຖະບານ​ມຽນມາ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ສະ​ເພາະກິດ​​​ເພື່ອ​ສຳ​ຫຼວດ​ຄະດີ​ທີ່​ກ່ຽວ​ພັນ​ກັບ​ນັກ​ໂທດ​ດ້ານການ​ເມືອງ, ຮອດ​ທ້າຍ​ປີ​ນີ້, ລັດຖະບານ​ຈະ​ປ່ອຍຕົວນັກ​ໂທດ​ການ​ເມືອງ​ທັງ​ໝົດ.

ພາຍຫຼັງ​ສິ້ນ​ສຸດ​ການ​ພົບ​ປະ​ເຈລະຈາ, ​ໂຄສົກ​ສຳນັກງານນາຍົກລັດຖະມົນຕີ​ອັງກິດ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ​ເດ​ວິດ ຄາ​ເມີ​ຣອນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ມຽນມາ​ທີ່​ມີຄວາມ​ຄືບ​ໜ້າ​​ໃນ​ຂະ​ບວນການຂ້າມ​ຜ່ານ​ທາງການ​ເມືອງ ​ແລະຈະ​ດຳ​ເນີນການ​ເລືອກ​ຕັ້ງ​ທົ່ວ​ໄປຢ່າງ​ເສລີ​ແລະ​ຍຸດຕິ​ທຳໃນ​ປີ 2015. ທ່ານ​​ຍັງ​ໄດ້​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງການ​ດັດ​ແກ້​ທີ່​ຈຳ​ເປັນ​ຕໍ່ລັດຖະທຳ​ມະນູນຂອງ​ມຽນມາ, ​​ເພື່ອ​ໃຫ້​ນາງ​ອອງຊານ ຊູ​ຈີ, ຜູ້ນຳ​ຝ່າຍ​ຄ້ານ​ສາມາດເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ.  ນອກ​ນີ້, ທ່ານ​ເດ​ວິດ ຄາ​ເມີຣອນຍັງ​ໄດ້​ສະ​ແດງ​ຄວາມ​​ເປັນ​ຫ່ວງ​ຕໍ່​ການ​ປະ​ທະ​ກັນລະຫວ່າງ​ຊົນ​ເຜົ່າ​​ພາຍ​ໃນປະ​ເທດ​ມຽນມາ. ທ່ານກ່າວ​ວ່າ, ອັງກິດ​ຈະ​ສະໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ພັດທະນາ​ໃຫ້​ແກ່​ມຽນມາ, ສະໜັບສະໜູນ​ການ​ພັດທະນາດ້ານເສດຖະກິດ​ແລະຂະ​ບວນການ​ຂ້າມ​ຜ່ານ​ທາງ​ການ​ເມືອງ​ຂອງມຽນມາ.