ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກຂ່າວ​ກ່ຽວ​ກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ​ລົງ​ນາມ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ສະໜັບສະ​ໜູນ​ໄຕ້​ຫວັນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ອົງການICAO

(GMT+08:00) 2013-07-17 19:37:02     cri
ວັນ​ທີ 16 ກໍລະກົດ​ນີ້, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວກ່ຽວ​ກັບ​ເລື່ອງ​ທີ່​ປະທານາທິບໍດີ​ອາ​ເມ​ລິ​ກາ​ລົງ​ນາມ​ໃ​ນກົດໝາຍ​ວ່າ​ດ້ວຍ​ການ​ສະ​ໜັບສະ​ໜູນ​ໃຫ້​ໄຕ້​ຫວັນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ການບິນ​ພົນລະ​ເຮືອນ​ສາກົນ​ຫຼືICAO, ທ່ານ​ນາງ​ຮວາ​ຊຸນ​ອິງ ​ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ຊຶ່ງ​ລວມ​ທັງ​ອົງ​ການ​ການບິນ​ພົນລະ​ເຮືອນ​ສາກົນ​ນັ້ນ​ແມ່ນ​ເລື່ອງ​ຂອງ​ຄົນ​ຈີນ​ເອງ. ຈີນ​ເດັດດ່ຽວ​ຄັດຄ້ານ​ລັດຖະບານ,ອົງການ​ຈັດ​ຕັ້ງ​ຫຼື​ບຸກຄົນຕ່າງປະ​ເທດ​ໃດໆ​ເຂົ້າ​ແຊກ​ແ​ຊງ​ໃນ​ເລື່ອງ​ນີ້.

ຮ່າງ​ກົດໝາຍ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະສະພາ​ອາ​ເມ​ລິ​ກາ​ໄດ້​ລະ​ເມີດ​ນະ​ໂຍບາຍ​ຈີນ​ດຽວ​ແລະ​ຫຼັກການ​ຂອງ​ປະກາດ​ແຈ້ງ​ການ​ຮ່ວມຈີນ​ອາ​ເມ​ລິ​ກາ 3 ສະ​ບັບຢ່າງ​ໜັກໜ່ວງ, ຈີນ​​ເດັດດ່ຽວ​ຄັດຄ້ານ​ເລື່ອງ​ນີ້​ແລະໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງຈິງ​ຈັງ​ຕໍ່ອາ​ເມ​ລິ​ກາ​ແລ້ວ.

ນາງ​ຮວາ​ຊຸນ​ອິງ​ກ່າວ​ວ່າ, ຈີນ​ເຕືອນ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ເຄົາລົບ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ທີ່​ໃຫ້​ໄວ້​ແກ່​ຈີນ​ໃນ​ບັນຫາ​ໄຕ້​ຫວັນ, ​ແກ້​ໄຂ​ບັນຫາ​ທີ່ກ່ຽວພັນ​ກັບ​ໄຕ້​ຫວັນຢ່າງ​ເໝາະ​ສົມ​ແລະສຸຂຸມ​ຮອບ​ຄອບ, ​ແລະ​ຢຸດຕິ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.