ບໍລິສັດ​ການບິນອັງ​ກໍກຳປູ​ເຈຍ​ເປີດ​​ສາຍ​ການບິນ​ໂດຍ​ກົງ​ກັບ​ຈີນ​ເປັນ​ຄັ້ງ​ທຳ​ອິດ

(GMT+08:00) 2013-07-17 10:30:48     cri
ປີ​ນີ້​ແມ່ນ​ປີ​​ສ້າງສາ​ຍພົວພັນທາງ​ການ​ທູດ​ລະຫວ່າງ​ຈີນ-ກຳປູ​ເຈຍ​ຄົບຮອບ 55 ປີ, ກໍ່​ແມ່ນ​ "ປີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ-ກຳ​ປູ​​ເຈຍ"ທີ່ລັດຖະບານ​ຂອງ​ສອງ​ປະ​ເທດຕົກລົງ​ກັນ, ​ເພື່ອ​ຮັດ​ແໜ້ນ​ມິດຕະພາບ​ລະຫວ່າງຈີນ-ກຳປູ​ເຈຍ, ​ເມື່ອ​ບໍ່​ດົນ​ມາ​ນີ້, ບໍລິສັດ​ການບິນ​ອັງ​ກໍ​ເຊິ່ງ​ເປັນ​ບໍລິສັດ​ການບິນ​ແຫ່ງ​ຊາດ​ກຳປູ​ເຈຍ​ໄດ້​ເຂົ້າ​ສູ່​ຕະຫຼາດ​ຈີນ​ເປັນ​ຄັ້ງ​ທຳ​ອິດ, ​ໂດຍ​ໄດ້​ເປີດ​ສາຍການບິນ​ສາກົນ​ໄປກັບລະຫວ່າງ​ກຳປູ​ເຈຍ​ກັບ​ຈີນ.

​ນັບແຕ່​ວັນ​ທີ 14 ກໍລະກົດ​ນີ້​ເປັນ​ຕົ້ນ​​ໄປ, ບໍລິສັດ​ການບິນ​ອັງກໍ​ກຳປູ​ເຈຍ​ຈະ​ເປີດ​ຖ້ຽວ​ບິນ​​​ໂດຍ​ກົງ​ແຕ່​ນະຄອນ​​ເຊ້ຍເມີນຈີນ​ຫາ​ນະຄອນ​ເຊມຣຽບ​ກຳປູ​ເຈຍ 3 ຖ້ຽວຕໍ່​ອາທິດ. ​ເສັ້ນທາງ​ການບິນກຳປູ​ເຈຍທີ່​ຫາ​ກໍ່​ເປີດ​ໃໝ່ນີ້, ບໍລິສັດ​ການບິນ​ອັງ​ກໍກຳປູ​ເຈ​ຍ​ໄດ້​ນຳ​ເຂົ້າ​ຍົນ​ໂດ​ຍສານ​ແອ​ບັສ A321 3 ລຳ ​ໃຊ້​ໃນ​ສາຍ​ການບິນ​ດັ່ງກ່າວ​ໂດຍ​ສະ​ເພາະ.