ສະ​ຖາ​ບັນ​ຂົງຈື້ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ຝຶກ​ອົບຮົມ​ຄູ​ສອນ​ພາສາ​ຈີນທີ່​ເປັນ​ຄົນ​ລາວ​ໃຫ້​ແກ່​​ໂຮງຮຽນ​ພາກ​ເໜືອ​​ລາວ

(GMT+08:00) 2013-07-17 15:58:00     cri
ຊຸດ​ອົບຮົມ​ຄູ​ສອນ​ພາ​ສາ​ຈີນທີ່​ເປັນ​ຄົນ​ລາວ​ສຳລັບໂຮງຮຽນ​ມັດທະຍົມ 8 ​ແຂວງ​ພາກ​ເໜືອ​ລາວ​ຊຸດ​ທີ 2 ທີ່​ສະ​ຖາ​ບັນ​ຂົງຈື້​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ເປັນ​ຜູ້​ຈັດ​ຂຶ້ນນັ້ນ​ໄດ້​ເປີດການ​ອົບຮົມ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 15 ກໍລະກົດ​ນີ້, ຄູ​ສອນຈາກ​ໂຮງຮຽນ​ມັດທະຍົມທ້ອງ​ຖິ່ນ​ຂອງ​ລາວ 16 ຄົນ​ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​​ເປັນ​ເວລາ 6 ອາທິດ.

ຂ່າວ​ແຈ້ງວ່າ, ຊຸດ​ອົບຮົມ​ຄັ້ງ​ນີ້ແມ່ນ​ສະ​ຖາ​ບັນ​ຂົງຈື້ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ແລະ​ພະ​ແນ​ກ​ສຶກສາ​ທິການ​ຂອງບັນດາ​ແຂວງ​ພາກ​ເໜືອ​ລາວ​ຮ່ວມ​ກັນ​ຈັດ​ຂຶ້ນ, ລວມມີ 150 ຊົ່ວ​ໂມງ​ຮຽນ, ​ໄດ້​ຕັ້ງຫຼັກສູດ​ຕ່າງໆ​ເຊັ່ນ: ພື້ນຖານ​ພາສາ, ພາສາປາກ​ເວົ້າ, ​ການ​ຟັງ, ​ວັດທະນະທຳ​ຈີນ ​ແລະອັກສອນສາດ​ຈີນ​​ເປັນ​ຕົ້ນ. ພາຍຫຼັງ​ສິ້ນ​ສຸດ​ການ​ຝຶກ​ອົບຮົມ​ແລ້ວ, ສຳ​ມະ​ນາກ​ອນ​ທີ່​ໄດ້​ຜ່ານ​ການສອບ​​​ເສັງຈະ​​ໄດ້​ຮັບ​ການສະ​ເໜີ​ຊື່​​ໃຫ້​ໄປ​ຮຽນ​ຕໍ່​ຢູ່​ຈີນຕື່ມ​ອີກ, ຫຼັງ​ຈາກ​ຮຽນ​ຈົບ​ແລະ​ກັບ​ຄືນ​ປະ​ເທດແລ້ວ​ກໍ່​ຈະ​ໄປ​ສອນ​ພາສາ​ຈີນ​ໃນ​ໂຮງຮຽນ​ມັດທະຍົມ​ແຫ່ງ​ເກົ່າ​ຂອງ​ຕົນ.

ປະຈຸ​ບັນ, ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ແລະ​ອື່ນໆ​ລະຫວ່າງ​ຈີນ​ກັບ​ລາວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ແລະ​ມີ​ຄວາມຕ້ອງການ​ຜູ້​ຮູ້ພາສາ​ຈີນ​ຢ່າງ​ຫຼວງ​ຫຼາຍ, ຈຳນວນຄູ​ສອນ​ພາສາ​ຈີນທີ່​ເປັນ​ຄົນ​ລາວ​ກໍ່​ມີ​ຄວາມ​ຕ້ອງການເພີ່ມ​ຂຶ້ນ​ເຊິ່ງຈະ​ເປັນ​ການ​ຈະ​ຊຸກຍູ້​ລະດັບການ​ຮຽນ​ການ​ສອນ​ພາສາ​ຈີນ​ຂອງ​ລາວ​ຕື່ມ​ອີກ, ​ແລະ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ລາວ​ໄດ້​ຮຽນ​ພາສາ​ຈີນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.