ຕຳຫຼວດ​ມະ​ເລ​ເຊຍ​​ໄດ້ມ້າງ​ຄະດີຢາ​ເສບ​ຕິດ​ລາຍໃຫຍ່​

(GMT+08:00) 2013-07-18 10:48:47     cri
ວັນ​ທີ 17 ກໍລະກົດ​ນີ້, ທ່ານ​ໂນ ຣາຊິດ, ຫົວໜ້າ​ກົມ​ໃຫຍ່ປາບ​ປາມ​ຢາ​ເສ​ບຕິດ​ແຫ່ງ​ຊາດ​ມະ​ເລ​ເຊຍ​ໄດ້​ຢືນຢັນ​ວ່າ, ຕອນ​ຄ່ຳ​ວັນ​ທີ 16 ກໍລະກົດ​ນີ້, ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ໄດ້​ມ້າງ​ຄະດີຢາ​ເສບ​ຕິດລາຍ​ໃຫຍ່​ຄະດີ​ໜຶ່ງຢູ່ລັດ​ເນ​ເກຣີ ​ໂຈ​ຮໍ, ທາງພາກ​ໃຕ້​ຂອງ​ມະ​ເລ​ເຊຍ.

ທ່ານ​ໂນ ຣາຊິດກ່າວ​ວ່າ, ນີ້​ອາດ​ຈະ​ແມ່ນ​ຄະດີ​ຢາ​ເສບ​ຕິດ​ລາຍໃຫຍ່​ທີ່​ສຸດໃນ​ປະຫວັດສາດ​ມະ​ເລ​ເຊຍ, ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ຍຶດ​ໄດ້​ຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ​ລວມທັງ​ໝົດ​ຫຼາຍ​ກວ່າ 1 ພັນ 156 ກິ​ໂລ ​ເຄື່ອງມື​ແລະ​ອຸປະກອນຕ່າງໆ​ທີ່​ໃຊ້​ໃນ​ການ​ຜະລິດ​ຢາ​ເສບ​ຕິດຈຳນວນ​ຫຼວງ​ຫຼາຍ.