ຈີນ​ເຕືອນໃຫ້​ຍີ່ປຸ່ນ​​ປະ​ເຊີນ​ກັບ​ປະຫວັດສາດ​ແລະສະພາບ​ຄວາ​ມເປັນຈິງຢ່າງຖືກຕ້ອງ ຢຸດຕິການກ່າວຄຳ​ເວົ້າ​ແລະ​ການ​ກະທຳທ້າ​ທາຍ​ເກາະ​ຜິດ​ຕ່າງໆທີ່ເປັນການທຳລາຍ​ອະທິປະ​ໄຕ​ແລະ​ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ

(GMT+08:00) 2013-07-18 15:08:58     cri
ວັນ​ທີ 17 ກໍລະກົດ​ນີ້, ທ່ານ​ນາງ​ຮວາ​ຊຸ່ນອິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ.

ມີ​ນັກ​ຂ່າວ​ຖາມ​ວ່າ, ມີ​ຂ່າວ​ລາຍງານວ່າ​, ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ໄປ​ຢ້ຽມຢາມ​ເກາະ​ອິຊີ​ກາກີ ຈີ​ມະ​ແຂວງໂອກີນາວະໃນ​ວັນ​ທີ​ 17 ກໍລະກົດ​ນີ້, ​ໃນ​ເວລາ​ສຳຫຼວດວຽກງານຢູ່ພະ​ແນ​ກປ້ອງ​ກັນ​ຄວາມ​ປອດ​ໄພ​ເທິງທະ​ເລ, ທ່ານ​ຊິນ​ໂຈ ອາ​ເບະ​ກ່າວ​ວ່າ, "ການ​ກະທຳ​ທ້າ​ທາຍ​ເກາະ​ຜິດທີ່​ແນ​ໃສ່​ດິນ​ແດນ, ນ່ານທະ​ເລ, ນ່ານອາກາດ​ແລະ​ອະທິປະ​ໄຕ​ຂອງ​ຍີ່ປຸ່ນ​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ກຳປັ່ນປ້ອງ​ກັນ​ຄວາມ​ປອດ​ໄພ​ຈີນ​ເດີນ​ເຮືອ​ເຂົ້າ​ໃກ້​ແລະ​ລາດຕະ​ເວນ​ຢູ່​ເຂດ​ທະ​ເລ​ອ້ອມ​ຂ້າງ, ສະພາບການ​ນັບ​ມື້​ນັບ​ສັບສົນ. ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້ ?"

ທ່ານ​ນາງ​ຮວາ​ຊຸ່ນອິງ​ກ່າວ​ວ່າ, ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ນັບຕັ້ງ​ແຕ່​ບູຮານ​ນະ​ການ​ມາ​ນີ້, ຈີນ​ມີ​ອະທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ທີ່​ບໍ່​ສາມາດ​ໂຕ້​ຖຽງ​ກັນ​ໄດ້​. ລັດຖະບານ​ຈີນ​ຈະ​ສືບຕໍ່​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ, ​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ເໜືອເກາະ​ຕ້ຽວ​ອີ. ພວກ​ຂ້າພະ​ເຈົ້າ​​ເຕືອນ​ໃຫ້​ຍີ່ປຸ່ນ​ປະ​ເຊີນ​ກັບ​ປະຫວັດສາດ​ແລະ​ສະພາບຄວາມ​ເປັນ​ຈິງຢ່າງ​ຖືກຕ້ອງ, ຢຸດຕິ​ການ​ກະທຳ​ທ້າທາຍ​​ເກາະ​ຜິດຕ່າງໆ​ທີ່​ເປັນ​ການ​ທຳລາຍ​ອະ​ທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ​, ທຳ​ຄວາມ​ພະຍາຍາມ​ເພື່ອ​ແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ສົນທະນາ.