ໄທ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ເຂົ້າສານ​ຄ້າງ​ສາງ

(GMT+08:00) 2013-07-19 16:05:43     cri
ຕາມ​ຂ່າວCRI: ຍ້ອນການ​ຄັດຄ້ານ​ຈາກຄະນະ​ກຳມະການ​ນະ​ໂຍບາຍ​ເຂົ້າສານ​ແຫ່ງ​ຊາດ​ໄທ​, ລັດຖະບານ​ໄທ​ໄດ້​ຍົກ​ເລີກ​ນະ​ໂຍບາຍຫຼຸດ​ລາຄາ​ຈຳນຳເຂົ້າສານ​ໃຫ້​ຕ່ຳ​ລົງ​​ໂດຍ​​ໄດ້ຕົກລົງ​ຈະ​ເລີ່​ມປະຕິບັດ​ໃນ​ວັນ​ທີ 1 ກໍລະກົດ​ນີ້​​, ​ແລະ​ຈະສືບ​ຕໍ່​ຮັກສາ​ລາຄາ​ຈຳນຳເຂົ້າສານ​ໃນ​ລະດັບ​ສູງ, ນີ້​ໄດ້​ເຮັດ​ໃຫ້​ກຳລັງ​ແຂ່ງຂັນການ​ສົ່ງ​ອອກ​ເຂົ້າສານ​ຂອງ​ໄທ​ໄດ້​ຫຼຸດ​​ລົງ​ອີກ​. ​ເພື່ອ​ແກ້​ໄຂ​ບັນຫາ​​ເຂົ້າສານ​ທີ່​ຄ້າງ​ສາງ​ຈຳນວນ​ຫຼວງ​ຫຼາຍ, ລັດຖະບານ​ໄທ​ໄດ້​ໃຊ້​ມາດ​ຕະການ​ທຸກ​ຢ່າງ,​ເຊັ່ນ: ປະມູນ​ຂາຍເຂົ້າສານ​ໃນ​ສາງ​ເປັນ​ຕົ້ນ. ພ້ອມ​ດຽວ​ກັນ​ນັ້ນ, ນີ້​ກໍ່​ແມ່ນ​ມາດ​ຕະການຂອງ​ລັດຖະບານ​ໄທ​ໃນ​ການ​ປ້ອງ​ກັນ​ການ​ເກີດ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ການ​ເກັບ​ຊື້​ເຂົ້າສານ.

​ໄທ​ໄດ້​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຕໍ່​ການ​ແກ້​ໄຂ​ບັນຫາ​ເຂົ້າສານ​ທີ່​ຄ້າງ​ສາງ, ຕົ້ນຕໍ​ແມ່ນ​ຍ້ອນລັດຖະບານ​ປະຕິບັດ​ນະ​ໂຍບາຍ​ອຸດ​ໜູນລາຄາ​ຈຳນຳ​ເຂົ້າສານ, ​ໄດ້​ເຮັດ​ໃຫ້ຊາວ​ກະສິກອນ​ໄທມີ​ຄວາມ​ຫ້າວຫັນ​ສູງ​ໃນ​ການ​ປູ​ກແລະ​ຂາຍ​ເຂົ້າສານ. ​ແຕ່​ອີກ​ດ້ານ​ໜຶ່ງ, ຍ້ອນ​ນະ​ໂຍບາຍ​ດັ່ງ​ກ່າວ​ກໍ່​​ໄດ້​ເຮັດ​ໃຫ້ລາຄາ​ເກັບຊື້​ເຂົ້າສານ​ຂອງ​ລັດຖະບານສູງ​ກວ່າ​ລາຄາ​ເຂົ້າສານ​ໃນ​ຕະຫຼາດ​ສາກົນ​ຢ່າງ​ຫຼວງ​ຫຼາຍ, ຈຶ່ງ​ເຮັດ​ໃຫ້​ເຂົ້າສານ​ຂອງ​ໄທ​ເສຍ​ກຳລັງ​ແຂ່ງຂັນ​ສາກົນ​ໃນ​ລະດັບ​ໃດ​ໜຶ່ງ.ການ​ປັບ​ລາຄາ​​ເກັບ​ຊື້​ເຂົ້າສານ​ສູງ​ຂຶ້ນຂອງ​ລັດຖະບານ​ໄທ​ໄດ້​ເຮັດ​ໃຫ້​ເຂົ້າສານ​ຄ້າງສາງ​​ຢ່າງ​ຫຼວງ​ຫຼາຍ, ​ເຮັດ​ໃຫ້​ໄທ​ເສຍ​ຖານະ​ທີ່​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ອັນ​ດັບ​ໜຶ່ງ​ຂອງ​ໂລກ, ​ເຂົ້າສານ​ຈາກ​ຫວຽດນາມ​ແລະ​ອິນ​ເດຍ​ໄດ້​ກະທົບ​ເຖິງ​ໂກ​ຕາ​​ໃນ​ຕະຫຼາດ​ເຂົ້າສານ​ສາກົນ​ຂອງ​ໄທຢ່າງ​ໜັກໜ່ວງ.