ມູນ​ຄ່າ​ການ​ສົ່ງ​ອອກ​​ຂອງ​ຫວຽດນາມ​​ຈະ​ບັນລຸ​ເຖິງ 130 ຕື້​ໂດ​ລາ

(GMT+08:00) 2013-07-19 16:06:53     cri
ຕາມ​ຂ່າວ​ຈາກ​ໜັງສືພິມ​ອິ​ໂຄ​ໂນ​ມິກ ​ເດ​ລີ​ຂອງ​ຈີນ​ລາຍ​ງານ​ວ່າ: ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ຄາດ​ຄະ​ເນ​ວ່າ, ​ເຖິງ​ວ່າການ​ສົ່ງ​ອອກ​ເຂົ້າສານ​, ສິນ​ໃນ​ນ້ຳ​ແລະ​ອື່ນໆ​ຂອງ​ຫວຽດນາມ​ໄດ້​ປະສົບ​ຄວາມ​ຫຍຸ້ງຍາກ​ຈຳ​ນວນ​ໜຶ່ງ​ກໍ່​ຕາມ, ​ແຕ່​ເວົ້າ​ລວມ​ແລ້ວ, ການ​ສົ່ງ​ອອກ​ສິນຄ້າ​​ໃນ ​6​ເດືອນ​ທ້າຍ​ປີ​ນີ້ຂອງ​ຫວຽດນາມກໍ່ຈະ​ຮັກສາ​ການ​ເຕີບ​ໂຕ​ໃນ​ຈັງຫວະ​ສອງ​ຕົວ​ເລກ, ຍອດ​ມູນ​ຄ່າ​ກາ​ນສົ່ງ​ອອກຈະ​ບັນລຸ​ເຖິງ​​ເກືອບ 130 ຕື້​ໂດ​ລາ.

ຕາມ​ການ​ຄາດ​ຄະ​ເນດັ່ງກ່າວ, ປີ 2013, ການ​ສົ່ງ​ອອກ​​ຂອງ​ຫວຽດນາມ​ຈະ​ເພີ່ມຂຶ້ນ​ຢູ່​ລະຫວ່າງ 12,5% ຫາ 14% ​ເມື່ອ​ທຽບ​ກັບປີ 2012ຜ່ານ​ມາ​, ​ເຊິ່ງຍອດ​ມູນ​ຄ່າມີ​ປະມານ 129 ຕື້​ຫາ 130 ຕື້​ໂດ​ລາ; ການ​ນຳ​ເຂົ້າ​​ກໍ່​ຈະ​ເພີ່ມ​ຂຶ້ນ​ຢູ່​ລະຫວ່າງ 14,5% ຫາ 16%, ຍອດ​ມູນ​ຄ່າ​ມີ​ປະມານ 132 ຕື້​ຫາ 133 ຕື້​ໂດ​ລາ.

​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງ​ຫວຽດນາມ​ໄດ້​ຮັກສາ​ທ່າ​ອ່ຽງ​ເຕີບ​ໂຕທີ່​ດີ, ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການນຳ​ເຂົ້າ​ບັນລຸ 62 ຕື້ 100 ລ້ານ​ໂດ​ລາ,ເພີ່ມ​ຂຶ້ນ 16,1% ; ການ​ສົ່ງ​ອອກ​ບັນລຸ 63 ຕື້ 500 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ 17,4% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2012.