ນາຍົກມະ​ເລ​ເຊຍ​ກ່າວ​ວ່າ ການ​ສ້າງປະຊາ​ຄົມ​ເສດຖະກິດ​ອາ​ຊຽນມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ

(GMT+08:00) 2013-07-19 16:07:57     cri
ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ເວທີ​ປຶກສາ​ຫາລື​ຜູ້​ນຳ​ອາ​ຊຽນຄັ້ງ​ທີ 10 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ເປຕາ​ລິງ ຈາ​ຢາ​ລັດ​​ເຊລານ​ໂກຂອງ​ມະ​ເລ​ເຊຍໃນວັນ​ທີ 18 ກໍລະກົດ​ນີ້, ທ່ານ​ນາ​ຈິບ ຕຸ​ນ ຣາຊັກ, ນາຍົກລັດຖະມົນຕີມະ​ເລ​ເຊຍ​ໄດ້ກ່າວ​ວ່າ, ປະ​ເທດ​ອາ​ຊຽນສ້າງ​​ເປັນປະຊາ​ຄົມ​ເສດຖະກິດ​ອາ​ຊຽນມີ​ຄວາມ​ໝາຍ​ສຳຄັນ​ອັນ​ໃຫຍ່​ຫຼວງ, ການ​ບັນລຸ​ເປົ້າ​ໝາຍ​ນີ້​ຍ່ອມ​ຈະ​ເຮັດ​ໃຫ້​ພາກ​ພື້ນ​ນີ້​ມີອະນາຄົດ​ທີ່​ສະຫວ່າງ​ສົດ​ໃສ​ຍິ່ງ​ຂຶ້ນ.

ທ່ານ​ນາ​ຈິບ ຕຸ​ນ ຣາຊັກ​ກ່າ​ວວ່າ, ປະຈຸ​ບັນ, ບັນດາ​ປະ​ເທດ​ອາ​ຊຽນພວມ​ທຳ​ຄວາມ​ພະຍາຍາມ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ສ້າງ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015. ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃຫ້​ສຳ​ເລັດ, ມີ​ຄວາມ​ໝາຍ​ສຳຄັນ​ອັນ​ໃຫຍ່​ຫຼວງ​ໃນ​ຫຼາຍ​ດ້ານ​ເຊັ່ນ: ຮັດ​ແໜ້ນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດອາ​ຊຽນ, ​ເພີ່ມ​ທະວີ​ການ​ຄ້າ​ລະຫວ່າງອາ​ຊຽນກັບປະ​ເທດຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ສຳຄັນຄື: ຈີນ, ຍີ່ປຸ່ນ, ​​ແລະອິນ​ເດຍ​, ​ແລະຮັກສາກຳລັງ​ແຂ່ງຂັນ​ຂອງ​ອາ​ຊຽນ​ໃນ​ປະຊາ​ຄົມ​ໂລກ​ເປັນ​ຕົ້ນ. ນອກ​ນີ້, ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ທ່າ​ອ່ຽງການ​ພັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ພາກ​ພື້ນ​ເທົ່າ​ນັ້ນ, ​ແຕ່​ຍັງ​ຈະ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​​ແກ່​ປະຊາຊົນ​ໃນ​ພາກ​ພື້ນ​ນີ້ອີກ​ດ້ວຍ.

​ຫົວ​ຂໍ້​ຂອງເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ແມ່ນ"ອາ​ຊຽນທີ່ຢູ່ທາງ​ສີ່​​ແຍກ---ຮ່ວມ​ກັນ​ກ້າ​ວ​ໄປ​ສູ່ອະນາຄົດ, ຮ່ວມ​ກັນຊົມ​ໃຊ້​ຜົນ​ຈາກ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ". ຜູ້ນຳ​ວົງ​ການ​ການ​ເມືອງ​ແລະ​ການ​ຄ້າ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ 200 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ນີ້, ​ເພື່ອຮ່ວມ​ກັນ​ປຶກສາ​ຫາລື​ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ຂອງ​ປະ​ເທດ​ອາ​ຊຽນ.