ຈີນ​ຈະ​ບໍ່​ປະຕິບັດ​ການ​ກະ​ຕຸ້ນ​ເສດຖະກິດຢ່າງ​ຂະໜາດ​ໃຫຍ່​ອີກ

(GMT+08:00) 2013-07-21 14:34:35     cri
ຕາມ​ຂ່າ​ວສານ​ຈີນ: ກອ​ງປະຊຸມ​ລັດຖະມົນຕີ​ກາ​ນ​ເງິນ​ແລະ​ຜູ້​ວ່າການ​ທະນາຄານ​ກາງຂອງ​G20 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມົສກູ​ຂອງຣັດ​ເຊຍ​ໄດ້​ອັດ​ລົງ​​ແລ້ວໃນ​ວັນ​ທີ20​ກໍລະກົດ​ນີ້. ​ໃນ​ກອງ​ປະຊຸມ, ທ່ານ​ເຫຼົາ​ຈີ້​ເວ ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນ​ເງິນ​ຈີນ​ກ່າວ​ວ່າ, ​ເຖິງ​ວ່າ​ຈັງຫວະການເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ຊ້າ​ລົງ​ແລ້ວ​ກໍ​ຕາມ, ​ແຕ່​ສະພາບ​ການ​ປະກອບ​ອາຊີບ​ຂອງ​ຈີນ​ຍັງ​ດີ​ຢູ່. ພ້ອມ​ກັນ​ນັ້ນ, ທ່ານ​ກ່າວ​ວ່າ, ລັດຖະບານຈີນ​ຈະ​ບໍ່​ປະຕິບັດ​ນະ​ໂຍບາຍ​ກະ​ຕຸ້ນ​ເສດຖະກິດຢ່າງ​ຂະໜາດ​ໃຫຍ່​ອີກ, ຫາກ​ແມ່ນ​ຜ່ານ​ຈາກ​ການ​ປະຕິ​ຮູບ​ແລ້ວ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແລະ​ການ​ປະກອບ​ອາຊີບ.

ທ່ານ​ເຫຼົາ​ຈີ້​ເວ​ກ່າວ​ວ່າ, 6​ເດືອນ​ຕົ້ນ​ປີ​ນີ້, ​ເສດຖະກິດ​ຈີນ​ໄດ້​ເຕີບ​ໂຕ7,6%, ​ເປົ້າ​ໝາຍ​ໃນ​ໝົດ​ປີ​ນີ້​ແມ່ນ7,5%. 6​ເດືອນ​ຕົ້ນ​ປີນີ້, ຈີນ​ມີ7​ລ້ານ3​ແສນ2​ໝື່ນ​ຄົນ​ຊອກ​ໄດ້​ວຽກ​ເຮັດ​ງານ​ທຳ​ໃໝ່, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ3​ແສນ8​ໝື່ນ​ຄົນ. ຖິງວ່າ​ຈັງຫວະການ​​ເຕີບ​ໂຕ​ຂອງ​ເສດຖະກິ​ດຊ້າ​ລົງ​ກໍ​ຕາມ, ​ແຕ່​ສະພາບ​ການ​ປະກອບອາຊີ​ບຍັງ​ດີ​ຢູ່. ​ນີ້​ຕົ້ນຕໍ​ແມ່ນ​ຍ້ອນ​ວ່າການ​ປະກອບ​ອາຊີບ​ໃນ​ຂະ​ແໜງ​ການ​ບໍລິການ​ເພີ່ມ​ຂຶ້ນ​ອ່າວ​ໄວ. ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ລົງທຶນ​​ແລະ​ການ​ໃຊ້​ໄຟຟ້າໃນ​ຂະ​ແໜງ​ການ​ບໍລິການ​ໄດ້​ເພີ່ມ​ຂຶ້ນ​ອ່າວ​ໄວ.

ທ່ານ​ຍັງ​ກ່າວ​ວ່າ, ລັດຖະບານຈີນ​ຈະ​ບໍ່​ປະຕິບັດ​ນະ​ໂຍບາຍ​ກະ​ຕຸ້ນ​ເສດຖະກິດ​ຢ່າງຂະໜາດ​ໃຫຍ່​ ທີ່​ຄື​ກັນ​ກັບ​ການທີ່​ປະຕິບັດ​ໃນ​ປີ2008, ຫາກ​ແມ່ນ​ຜ່າ​ນຈາກ​ການ​ປະຕິ​ຮູບ, ຊຸກຍູ້​ການ​ສັບ​ຊ້ອນ​ໂຄງ​ປະກອບ, ​ແລະ​ຊຸກຍູ້​ການ​ພັດທະນາ​ຂອງ​ຕົວ​ເມືອງ, ​ເສີມ​ຂະຫຍາຍ​ບົດບາດ​ໃນ​ຕົວ​ຂອງ​ຕະຫຼາດ​ໃຫ້​ດີກ​ວ່າ​ເກົ່າ, ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແລະ​ການ​ປະກອບ​ອາຊີບ. ພ້ອມ​ກັນ​ນັ້ນ, ຈີນ​ຍັງ​ຈະ​ຕິດຕາມ​ທິດ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ທົ່ວ​ໂລກ​ຢ່າງ​ໃກ້ຊິດ.