ກອ​ງປະຊຸມ​ລັດຖະມົນຕີ​ກາ​ນ​ເງິນ​ແລະ​ຜູ້​ວ່າການ​ທະນາຄານ​ກາງຂອງ​G20ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຄວນປັບປຸງນະ​ໂຍບາຍ​ເງິ​ນຕາ​ຢ່າງ​ລະມັດລະວັງ

(GMT+08:00) 2013-07-21 14:37:37     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ20​ກໍລະກົດ​ນີ້, ກອງ​ປະຊຸມລັດຖະມົນຕີ​ກາ​ນ​ເງິນ​ແລະ​ຜູ້​ວ່າການ​ທະນາຄານ​ກາງຂອງ​G20​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ​ມົສກູ​ຂອງຣັດ​ເຊຍ​, ປະກາດ​ແຈ້ງ​ການ​ຮ່ວມ​ທີ່​ເປີດ​ເຜີຍ​ຫຼັງ​ກອງ​ປະຊຸມ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຄວນ​ປັບປຸງ​ນະ​ໂຍບາຍ​​ເງິນຕາ​ຂອງ​ຕົນ​ຢ່າງ​ລະມັດລະວັງ, ​ເພີ່​ມທະວີ​ການ​ແລກປ່ຽນ​ແລະ​ປະສານ​ງານ​ກັບປະ​ເທດ​ອື່ນໆ.

ປະກາດ​ແຈ້ງ​ການ​ຊີ້​ອອກ​ວ່າ, ສະມາ​ຊິກ​ຂອງ​G20​ໄດ້​ເອົາ​ໃຈ​ໃສ່​ວ່າ, ​ນະ​ໂຍບາຍ​ເງິນຕາ​ທີ່​ຜ່ອນ​ຍານ​ທີ່​ປະຕິບັດໃນ​ຫຼາຍ​ປີຜ່ານມາ​ນີ້ ​ໄດ້​ນຳ​ເອົາ​ຄວາມ​ສ່ຽງ​​ໄລຍະ​ຍາວ​ຕໍ່​ເສດຖະິດ, ສະ​ນັ້ນ, ​ໃນ​ອະນາຄົດ, ບັນດາ​ປະ​ເທດ​ຄວນ​ປັບປຸງ​ນະ​ໂຍບາຍ​ເງິນຕາ​ຢ່າງ​ລະມັດລະວັງ, ​ແລະ​​ເຜີຍ​ແຜ່​ຂໍ້​ມູນ​ຈະ​ແຈ້ງ​ຕໍ່​ປະ​ເທດ​ອື່ນໆ. ​ແຕ່​ປະ​ກາດ​ແຈ້ງ​ການ​ບໍ່​ໄດ້​ຮຽກຮ້ອງທະນາຄານ​ກາງອາ​ເມ​ລິ​ກາ​ມີ​ການ​ອະທິບາຍ​ຢ່າງ​ຈະ​ແຈ້ງ​ຕໍ່​ບັນຫາ​ທີ່ຖອນ​ອອກ​ຈາກ​ນະ​ໂຍບາຍ​ຜ່ອນ​ຍານ​ດ້ານ​ປະລິມານ​ເງິນຕາ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ກອງ​ປະຊຸມ, ທ່ານ​ແອນ​ຕັນ ຊີ​ລົວ​ນົຟ ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ເງິນຣັດ​ເຊຍ​ກ່າວ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​​ໄດ້​ເນັ້ນ​ໃສ່​ປຶກສາ​ຫາລື​ການ​ຖອນ​ຕົວ​ອອກ​ຈາກ​ນະ​ໂຍບາຍ​ເງິນຕາ​ລັກສະນະ​ຜ່ອນ​ຍານ​ດ້ານ​ປະລິມານ. ທ່ານ​ກ່າວ​ເນັ້ນ​ວ່າ, ບໍ່​ວ່າຈະ​ແມ່ນ​ປະ​ເທດ​ທີ່​ພັດທະນາ​ຫຼື​ປະ​ເທດ​ພວມ​ພັດທະນາ, ລ້ວນ​ແຕ່​ບໍ່​ມີ​ເຈດ​ຈຳນົງ​ທີ່ຢຸດ​ເຊົາ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ທີ່​ຜ່ອນ​ຍານ​ທີ່​ປະຕິບັດ​ໃນ​ປະຈຸ​ບັນ.