ຕົວ​ເລກ​ດັດຊະນີ​ມົນ​ລະ​ພິດ​ອາກາດຍ້ອນ​ໝອກ​ຄວັນ​​ຢູ່ບາງ​ເຂດ​ມະ​ເລ​ເຊຍ​ສູງ​ເຖິງ117​

(GMT+08:00) 2013-07-22 11:36:26     cri
ເນື່ອງ​ຈາກ​ວ່າ​​ໄດ້ເກີດ​ໄຟ​ໄໝ້​ປ່າຢູ່​ອິນ​ໂດ​ເນ​ເຊຍ​ອີກ,ຈຶ່ງ​ເຮັດ​ໃຫ້​ໝອກ​ຄວັນ​ກະທົບ​ເຖິງ​ມະ​ເລ​ເຊຍ​ອີກ​ຄັ້ງ​ໃໝ່. ພາຍຫຼັງປະ​ສົບ​ໝອກ​ຄວັນ​ຢ່າງ​ໜັກໜ່ວງ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ, ​ເມືອງ​ມາ​ລັກ​ກາ ທີ່​ເປັນ​ເມືອງ​ບູຮານ​ຂອງ​ມະ​ເລ​ເຊຍ​ໄດ້​ປະສົບ​ກັບ​ໝອກ​ຄວັນອີກ​ໃນ​ວັນ​ທີ 21 ກໍລະກົດ​ນີ້, ຕົວ​ເລກ​ດັດຊະນີ​ມົນ​ລະ​ພິດ​ອາກາດ​ໄດ້​ກາຍ100 ຊຶ່ງ​ຢູ່​ໃນ​ລະດັບ​ທີ່​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ.

ຕາມ​ຕົວ​ເລກ​ທີ່​ເວັບ​ໄຊ​ກົມ​ສິ່ງ​ແວດ​ລ້ອມ​ມະ​ເລ​ເຊຍ​ເປີດ​ເຜີຍ​​ໃຫ້​ຮູ້​ວ່າ, ວັນ​ທີ 21 ກໍລະກົດ​ນີ້, ຕົວ​ເລກດັດຊະນີ​ມົນ​ລະ​ພິດ​ອາ​ກາດ​ຂອງ​ເຂດ​ບູຄິດຣາມບາຍ​ເມືອງ​ມາ​ລັກ​ກາ​ໄດ້​ສູງ​ເຖິງ 117, ​​ເປັນພຽງ​ເຂດ​​ດຽວທີ່​ຢູ່​ໃນ​ລະດັບ​ເປັນ​ອັນ​ຕະລາຍ​ຕໍ່​ສຸຂະພາບ​ໃນ​ທົ່ວມະ​ເລ​ເຊຍ.ປະຊາຊົນ​ມ​ະ​ເລ​ເຊຍ​ເປັນ​ຫ່ວງ​ວ່າ, ຢູ່ຫຼາຍ​ບ່ອນ​​ໃກ້​ຄຽງ​ກັບ​ລັດ​ມາ​ລັກ​ກາ​ເປັນ​ຕົ້ນ​ແມ່ນ​ມູອາ​ຂອງ​ລັດ​ເນ​ເກຣີ ​ໂຈ​ໂຮ ອາດ​ຈະ​ເກີດ​​ເຫດ​ທີ່​ຄື​ກັນ​ກັບ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ຄືຕົວ​ເລກ​ດັດຊະນີ​ມົນ​ລະ​ພິດ​ອາກາດ​ຖີບ​ສູງ​ຂຶ້ນ​ກາຍ700​ຈຸດຊຶ່ງ​ເປັນ​ລະດັບ​ອັນຕະລາຍ,​ແລ້ວ​ເຂົ້າ​ສູ່​ພາວະ​ສຸກ​ເສີນ.