ສິງກະ​ໂປ​ເລີ່​ມປະຕິບັດ​ໜ້າ​ທີ່​​ປະ​ເທດ​ປະທານ​ໝູນວຽນ​ຂອງ​ໜ່ວຍ​ງານ​ການ​ຮ່ວມ​ມືດ້ານສິດ​ຊັບ​ສິນ​ທາງ​ປັນຍາ​ອາ​ຊຽນ​ແທນ​ປະ​ເທດ​ໄທ

(GMT+08:00) 2013-07-22 16:16:36     cri
ໃນ​ກອງ​ປະຊຸມ​ຄັ້ງ​ທີ 41 ທີ່​ຈັດ​ຂຶ້ນຢູ່​​ຊຽງ​​ໃໝ່​ຂອງ​ໄທ​ໃນ​ຫວ່າງ​ບໍ່​ດົນ​ນີ້, ສິງກະ​ໂປ​ໄດ້ເລີ່​ມປະຕິບັດ​ໜ້າ​ທີ່ປະ​ເທດ​ປະທານ​ໝູນວຽນ​ຂອງ​ໜ່ວຍ​ງານ​ການ​ຮ່ວມ​ມືດ້ານສິດ​ຊັບ​ສິນ​ທາງ​ປັນຍາ​ອາ​ຊຽນ​ແທນ​ປະ​ເທດ​ໄທ​ແລ້ວ, ​ເຊິ່ງມີອາຍຸຕຳ​ແໜ່​ງ​ 2 ປີ.

ໜ່ວຍ​ງານ​ການ​ຮ່ວມ​ມືດ້ານສິດ​ຊັບ​ສິນ​ທາງ​ປັນຍາ​ອາ​ຊຽນ​​ໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1996, ​ໂດຍຮັບຜິດຊອບ​ການຈັດ​ວາງປະສານ​ງານ​ແລະ​ປະຕິບັດ​ແຜນການ​ແລະ​ກິດຈະກຳ​ທີ່​ກ່ຽວ​ພັນ​ເຖິງ​ສິດ​ຊັບ​ສິນ​ທາງ​ປັນຍາຂອງ​ພາກ​ພື້ນ​ນີ້. ​ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ​ໜ່ວຍ​ງານ​ແມ່ນ​ຜ່ານ​ການ​ໃຊ້​ສິດ​ຊັບ​ສິນ​ທາງ​ປັນຍາ, ​ເພີ່​ມທະວີ​ກຳລັງ​ແຂ່ງຂັນ​ຂອງ​ອາ​ຊຽນ.