ເອກ​ອັກຄະ​ລັດຖະທູ​ດຈີນ​ຄົນ​ໃໝ່​ປະຈຳ​ລາວກ່າວ​ວ່າ ຈະ​ສືບ​ຕໍ່​ຊຸກຍູ້​ການ​ແລ​ກປ່ຽນ​ແລະ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງ​ໆ​​ລະຫວ່າງ​ຈີນ-ລາວໃຫ້​ພັດທະນາ​ເຂົ້າ​ສູ່​ລວງ​​ເລິກ

(GMT+08:00) 2013-07-22 18:10:11     cri
ຕາມ​ຂ່າວCRI: ​ຫວ່າງ​ມໍ່ໆ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ກ່ວນຮວາ​ປິງ​ໄດ້​ຈັດ​ງານ​ລ້ຽງ​ເນື່ອງ​ໃນ​ໂອກາດ​ທ່ານ​ໄປ​ຮັບ​ຕຳ​ແໜ່​ງ​ເອກ​ອັກ​ຄະລັດ​ຖະທູດຈີນ​ຄົນ​ໃໝ່ປະຈຳ​ລາວ, ທ່ານ​ກ່ວນຮວາ​ປິງກ່າວ​ວ່າ, ທ່ານ​ຈະພະຍາຍາມ​ເຮັດ​ວຽກ, ສືບ​ທອດ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈີນ-ລາວ, ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ ບົນ​ພື້ນ​ຖານ​ວຽກ​ງານ​ທີ່​ດີ​ຂອງ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ທຸກ​ສະ​ໄໝຜ່ານ​ມາ.

ທ່ານ​ເອກ​ອັກຄະ​ລັດຖະ​ທູດ​ກ່ວນຮວາ​ປິງກ່າວ​ຕື່ມ​ວ່າ, ຈີນກັບ​ລາວ​ໃນ​ຖານະ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນມິດ​ທີ່​ດີ, ສະຫາຍ​ທີ່​ດີ, ຄູ່​ຮ່ວມ​ມື​ທີ່​ດີ, ສອງ​ປະ​ເທດ​ໄດ້​ປະຕິບັດ​ຕໍ່​ກັນ​ຢ່າງ​ຈິງ​ໃຈ, ​ເຂົ້າ​ໃຈ​ກັນ​ແລະ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ມາ​ໂດຍ​ຕະຫຼອດບົນເສັ້ນທາງ​ພາລະກິດການ​ສ້າງສາ​ສັງຄົມ​ນິຍົມ. ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ລາວ​​ໄດ້​ກາຍ​ເປັນໜຶ່ງ​ໃນການ​ພົວພັນສອງ​ຝ່າຍທີ່​ໝັ້ນຄົງ​ຂະໜົ່ງ​ແກ່ນ​ແລະ​ມີ​ຄວາມ​ຊີວິດ​ຊີວາ​​ທີ່​ສຸດໃນ​ການ​ພົວພັນ​ສອງ​ຝ່າຍ​ລະ​ຫວ່າງ​ຈີນ​ກັບບັນດາປະ​ເທດ​ອ້ອມ​ຂ້າງ. ຈີນ​ແລະ​ລາວ​ຮ່ວມ​ມື​ກັນ​ຢ່າງ​ຈິງ​ໃຈ, ບໍ່​ພຽງ​ແຕ່​ຈະ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນສອງ​ຊາດ​ເທົ່າ​ນັ້ນ, ​​ແຕ່​ຍັງ​​ຈະ​ປະກອບ​ສວ່ນອັນ​ສຳຄັນ​ເຂົ້າ​ໃນ​ສັນຕິພາບ, ການ​ພັດທະນາ​ແລະ​ການບັນລຸ​ຄວາມຈະ​​ເລີ​ນຮຸ່ງ​ເຮືອງຮ່ວມ​ກັນ​ຂອງ​ພາກ​ພື້ນ​ນີ້​ອີກ​ດ້ວຍ.

ຜູ້ນຳ​ຈາກ​ພາ​ກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ລາວ, ທູຕາ​ນຸທູດປະ​ເທດ​ຕ່າງໆ, ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ປະຈຳ​ລາວ, ຊາວ​ລາວ​ເຊື້ອສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວ, ຜູ້ຕາງໜ້າ​ຂອງ​ບໍລິສັດ​ຈີນ​ຢູ່​ລາວ​ແລະ​ອື່ນ​ໆ​ທັງ​ໝົດ 200 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ເທື່ອ​ນີ້.