ເລີ່​ມຕົ້ນ​ກິດຈະກຳ​ກຳ​ເອົາ​ຂ່າວ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທາງ​ພຸດ​ທະ​ສາ​ສະ​ໜາ​ຈີນ​ປີ2013

(GMT+08:00) 2013-07-23 11:16:10     cri
ກິດຈະກຳ​ເອົາ​ຂ່າວ​ກ່ຽວ​ກັບ​ວັດທະນະທຳ​ທາງ​ພຸດທະ​ສາສະໜາ​ຈີນ​ປີ2013​ທີ່​ລິ​ເລີ່ມ​ໂດຍ​ວິທະຍຸ​ສາກົນ​ແຫ່​ງປະ​ເທດ​ຈີນ​ຫຼືCRI​ໄດ້​ເລີ່​ມຂຶ້ນ​ຢ່າງ​ເປັນທາງ​ການ​​ໃນ​ວັນ​ທີ 20 ກໍລະກົດ​ນີ້​ທີ່​ນະຄອນຫຼວງ​ປັກ​ກິ່ງ. ນັກ​ຂ່າວCRIຮ່ວມ​ກັບ​ນັກ​ຂ່າວ​ທີ່​ມາ​ຈາກ4​ປະ​ເທດ​ອາ​ຊຽນຄືລາວ,​ໄທ,ກຳປູ​ເຈຍ​ແລະ​ມຽນມາ​ຈະ​ດຳ​ເນີນ​ການ​ເອົາ​ຂ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ແລະ​ແຂວງ​ຫູ​ນານ​ຂອງ​ຈີນ.

ປະຊາຊົນ​ຂອງ​ລາວ,​ໄທ,ກຳປູ​ເຈຍ​ແລະ​ມຽນມາ​ສ່ວນ​ຫຼາຍ​ເຊື່ອ​ຖື​ສາສະໜາ​ພຸດນິກາຍຫິນະ​ຍານ, ສ່ວນ​ຊາວ​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ຈີນ​ສ່ວນ​ຫຼາຍ​ເຊື່ອ​ຖື​ສາສະໜາ​ພຸດ​ນິ​ກາຍ​ມະ​ຫາ​ຍານ.

ໃນກິດຈະກ ​ເອົາ​ຂ່າວ​ເທື່ອ​ນີ້​ໄດ້​ເຊື້ອ​ເຊີນ​ນັກ​ຂ່າວ​ຈາກ​ວິທະຍຸ​ແຫ່ງ​ຊາດ​ໄທ,ວິທະຍຸ​ແຫ່ງ​ຊາດ​ກຳປູ​ເຈຍ,ໜັງ​ສື​ພິມ​ປະ​ຊາ​ຊົນ​ລາວ,​ວິທະຍຸ​ໂທລະພາບ​ແຫ່ງ​ຊາດ​ມຽນມາ​ເຂົ້າ​ຮ່ວມ, ນັກ​ຂ່າວ​ສັນຊາດ​ກຳປູ​ເຈຍ​ຂອງ​ວິ​ທະ​ຍຸ​ມິດ​ຕະ​ພາບ​ຈີນ​ກຳປູ​ເຈຍ​ຂອງ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫຼືCRI ​ແລະ​ນັກ​ຂ່າວ​ສັນຊາດ​ລາວ​ຈາກ​ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​CRIFM 93 MHz ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ ກໍ່​ຈະ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ເອົາ​ຂ່າວ​ໃນ​ເທື່ອ​ນີ້.