ປະທານ​າທິບໍດີ​ຟີ​ລິບ​ປິນຖະ​ແຫຼ​ງບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ລັດຖະບານຊຶ່ງ​ເຮັດ​ໃຫ້ມີ​ປະຊາຊົນໝື່ນ​ກວ່າ​ຄົນ​ໂຮມ​ຊຸມນຸມ​ປະ​ທ້ວງ

(GMT+08:00) 2013-07-23 11:19:28     cri
ວັນ​ທີ 22 ກໍລະກົດ​ນີ້, ຢູ່​ເມືອງ​ເຄວຊອນ ນະຄອນຫຼວງ​ມາ​ນີຣາຂອງ​ຟີ​ລິບ​ປິນ, ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ Ⅲ ປະທານາທິບໍດີຟີ​ລິບ​ປິນ​ໄດ້​ຖະ​ແຫຼ​ງບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ລັດຖະບານໂດຍ​ສະຫຼຸບ​ຜົນງານ​ດ້ານ​ການບໍລິຫານ​ທາງ​ການ​ເມືອງ​ຂອງ​ທ່ານ​ນັບ​ແຕ່​ຂຶ້ນ​ດຳລົງ​ຕຳ​ແໜ່ງ​ປະທານາທິບໍດີ​3ປີຜ່ານມາ​ນີ້,​ໂດຍສະ​ເພາະ​​ໄດ້​ເໜັ້ນໜັກ​​ເຖິງ​ຈຸດ​ເດັ່ນ​ຂອງ​ຜົນສຳ​ເລັດ​ດ້ານ​ເສດຖະກິດ​ແລະ​ການ​ພັດທະນາ. ຊຶ່ງ​​ໄດ້​ເຮັດ​ໃຫ້​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຮຽກ​ໂຮມ​ປະຊາຊົນ​ນັບ​ເປັນ​ໝື່ນ​ຄົນ​ດຳ​ເນີນ​ການ​ໂຮມ​ຊຸ​ມນຸມປະ​ທ້ວງ.

ໃນ​ບົດ​ລາຍ​ງານ​ສະພາບ​ແຫ່ງ​ຊາດ​ສະບັບ​ທີ4​ຂອງ​ທ່ານ​ອາ​ກີ​ໂນ​ໄດ້​ອີງ​ໃສ່​ຕົວ​ເລກ​ຂອງ​ທະນາຄານ​ໂລກ​ມາ​ຊີ້​ອອກ​ວ່າ, ປີ2012ຜ່ານມາ, ​ເສດຖະກິດ​ຟີ​ລິບ​ປິນ​ໄດ້​ເຕີບ​ໂຕ 6,8% ,​ໄຕ​ມາດທີ​ໜຶ່ງ​ຂອງ​ປີ2013​ນີ້ ​ໄດ້​ເຕີບ​ໂຕ7,8%, ດ້ວຍ​ເຫດ​ນີ້​ຟີ​ລິບ​ປິນຈິ່ງ​ຖືກ​ເອີ້ນ​ເປັນ "​ເສືອ​ນ້ອຍ​ທີ່​ກຳລັງ​ເຕີບ​ໃຫຍ່​". ທ່ານ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຜົນສຳ​ເລັດ​ຂອງ​ລັດຖະບານ​ໃນ​ດ້ານ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ການກຳຈັດ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ປະກອບ​ອາຊີບ,ກະ​ສິກຳ​ແລະ​ອື່ນໆ.

ຜູ້​ປະ​ທ້ວງ​​ໄດ້​ກ່າວ​ວ່າ, ນະ​ໂຍບາຍ​ຂອງ​ທ່ານ​ອາ​ກີ​ໂນ​ແມ່ນ​ນະ​ໂຍບາຍ​ທີ່​ຕໍ່ຕ້​ານຄົນທຸກຍາກ, ​ແລະ​ຜູ້​ປະ​ທ້ວງ​ຍັງ​ໄດ້​ປະ​ທະ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​, ​ໃນ​ນັ້ນ ມີ15 ຄົນ​ໄດ້​ຮັບ​ບາດ​ເຈັບ. ​​ເນື່ອງ​ຈາກ​ວ່າ​ກຸ່ມ​ຜູ້ປະ​ທ້ວງ​ໄດ້​ຍຶດ​ເອົາ​ຖະໜົນ​ເປັນ​ບ່ອນ​ປະ​ທ້ວງ,ບວກ​ກັບຕຳຫຼວດ​ໄດ້​ວາງ​ອຸປະສັກ​ຢູ່​ຫຼາຍ​ບ່ອນ​ຕາມ​ທ້ອງ​ຖະໜົນ, ​ເສັ້ນທາງ​ຢູ່​ອ້ອມ​ແອ້ມ​ສະພາ​ຕ່ຳ​ຟີ​ລິບ​ປິນຈິ່ງ​ຖືກ​ອັດ​ຕັນ, ທ່ານ​ອາ​ກີ​ໂນ​​ໄດ້ເດີນທາງ​ໄປ​ເຖິງ​ສະຖານ​ທີ່​ປະຊຸມ​ດ້ວຍ​ຍົນ​ເຮ​ລິ​ກົບ​ແຕ,ສະ​ນັ້ນ ຈິ່ງ​ສາມາດ​ໄປ​ທັນ​ເວລາ​ໃນການ​ກ່າວ​ປາຖະກະຖາ​ໄດ້.