ສະ​ຫຼອງ​ວັນ​ສ້າງ​ຕັ້ງຄະນະ​ສັນຕິພາບ ​ແລະ​ ສາມັກຄີ​ຂອງລາວ​ຄົບຮອບ 30 ປີ ​ແລະ ວັນ​ສັນຕິພາບ​ໂລກ

(GMT+08:00) 2013-07-23 18:17:13     cri

ໃນ​ວັນ​ທີ 23 ກໍລະກົດ​ນີ້, ທີ່​ສະ​ມາຄົມນັກຂ່າວ ນະຄອນຫຼວງ​ວຽງ​ຈັນ, ຄະນະ​ສັນຕິ​ພາບ ​ແລະ ສາມັກ​ຄີ​ຂອງ​ລາວ ໄດ້​ຈັດ​ພິທີ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ " ການສະ​ເຫຼີ​ມສະ​ຫຼອງ​ວັນ​ສ້າງ​ຕັ້ງ​ຄົບຮອບ 30 ປີ ​ແລະ ວັນ​ສັນຕິພາບ​ໂລກ " ຂື້ນ, ພາຍ​​ໃຕ້​ການ​ເປັນປະທານ​ຂອງ​ທ່ານ ຄຳ​ພັນ ສິມ​ມາລາ​ວົງ ​ປະທານ​ຄະນະ​ສັນ​ຕິ​ພາບ ​ແລະ ສາມັກ​ຄີ​ຂອງ​ລາວ​, ມີ​ທ່ານ ສົມ​ສະນຸກ ມີ​ໄຊ ປະທານ​ສະມາຄົມ​ນັກ​ຂ່າວ​ລາວ ພ້ອມດ້ວຍ​ສື່​ມວນ​ຊົນ​ທັງ​ພາຍ​ໃນ​​ແລະ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

​ໃນ​​ໂອກາດ​ນີ້, ທ່ານ ຄຳ​ພັນ ສິມ​ມາລາ​ວົງ ​ໄດ້​ກ່າວ​ປະຫວັດ​ຄວາມ​ເປັນ​ມາ, ພາລະ​ບົດບາດ ​ແລະ ການ​ເຄື່ອນ​ໄຫວ​ຜ່ານ​ມາ​ຂອງ​ ຄະນະ​ສັນຕິພາບ ​ແລະ ສາມັກ​ຄີ​ຂອງ​ລາວ ​ແລ​ະ ວັນ​ສາ​ກົນ​ເພື່ອສັນຕິພາບ 21 ກັນຍາ​ນີ້. ທ່ານ​ກ່າວ​ວ່າ: ​ເພືອປູກຈິດ​ສຳນຶກ​ໃຫ້​ຊາວ​ໜຸ່ມ, ນັກຮຽນ​​, ນັກ​ສຶກສາ, ພະນັກ​ງານ​ທຸກ​ພາກສ່ວນ ຕະຫຼອດ​ຮອດ​ປະຊາ​ຊົນ​ບັນດາ​ເຜົ່າ ​​ໄດ້​ຮັບ​ຮູ້, ​ເຂົ້​າ​ໃຈ ​ແລະ ​ເຫັນ​ໄດ້​​ເຖິງ​ຄວາມ​ສຳຄັນ​ເຖິງ​ວຽກ​ງານ​ສັນຕິພາບ ​​ເຊິ່ງຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ການ​ພັດທະນາ ທັງ​ເປັນ​ການ​ປຸກລະດົມ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ເສີມ​ສ້າງສັນ​ຕິ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ເພື່ອ​​ເປັນ​ການ​ພັດທະນາ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ອົງການ​ສະ​ຫະປະຊາ​ຊາດ​ ທີ່​ໄດ້​ປະກາດ​ວັນ​ທີ 21 ກັນຍາທຸກ​ປີ​ ເປັນ​ " ວັນ​ສາກົນ​ເພື່ອ​ສັນຕິພາບ " ທັງ​ທີ່​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ ​ແລະ ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ​ໃຫ້​ເຜີຍ​ແຜ່​ວຽກ​ງານ​ສັນ​ຕະພາບ ​ໂດຍ​ຜ່ານ​ທາງ​ດ້ານ​ການ​ສຶກສາ ​ເພື່ອ​ສຶກສາ​ອົບຮົມ ​ແລະ ​ເຜີຍ​ແຜ່​ຄວາ​ມຮູ້​ໃນ​ສາທາລະນະ​ຊົນ ​ແລະ ຖື​ເອົາ​ວັນ​ດັ່ງກ່າວ​ເປັນ​ວັນ​ຢຸດຕິ​ການ​ສູ້​ຮົບ​ໃນ​ໂລກ, ປຸກລະດົມ​ໃຫ້​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ​​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດ້ວຍ​ສັນຕິ​ວິທີ​ໂດຍ​ການ​ເຈລະຈາ.

ນອກຈາກ​ນີ້, ທາງ​ຄະນະ​ສັນຕິພາບ ​ແລະ ສາມັກ​ຄີ​ຂອງ​ລາວ ຍັງ​ຈະ​ໄດ້​ຈັດ​ກິດຈະກຳ " ຍ່າງ​ເພື່ອ​ສຸກ​ຂະ​ພາບ " ຢູ່​ສວນ​ປະຕູ​ໄຊ ​ໃນ​ວັນ​ທີ 27 ກໍລະ​ກົດ​ນີ້. ​ເພື່ອ​ສ້າງ​ຂະ​ບວນການ​ຟົດ​ຟື້ນ ​ແລະ ​ໃຫ້​ມີ​ຄວາມ​ໝາຍ​ເນື່ອງ​ໃນ​ວັນ​ດັ່ງກ່າວ​ອີກ​ດ້ວຍ.